ງານຕະຫຼາດນັດອາພອນສາກົນປີ 2015


   ງານຕະຫຼາດນັດອາພອນສາກົນປີ 2015   - ảnh 1
(ພາບ​ປະ​ກອບ)

(vovworld)- ງານ​ຕະຫຼາດ​ນັດ​ອາ​ພອນ​ສາ​ກົນ​ປີ 2015 ຈະ​ຖືກ​ໄຂ​ຂຶ້ນ​ຢູ່​ສູນ​ວາງ​ສະ​ແດງ ແລະ ງານ​ຕະຫຼາດນັດ ເຕີນ​ບິງ, ນະ​ຄອນ​ໂຮ່​ຈິ​ມິນ​ແຕ່​ວັນ​ທີ 18 – 23/9/2015. ປະ​ຈຸ​ບັ​ນ ມີ 200 ຮ້ານ​ວາງ​ສະ​ແດງໄດ້​ຖືກ​ບັນ​ດາ​ວິ​ສ​າຫະ​ກິດຈົດ​ຊື່​ເຂົ້າ​ຮ່ວມ.  ທ່ານ ວູ້​ດຶກ​ຢາງ ປະ​ທານ​ສະ​ຫະ​ສະ​ມາ​ຄົມ​ຕຳ​ແຜ່ນ​ຕັດ​ຫຍິບ​ຫວຽດ​ນາມ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ງານ​ຕະຫຼາດ​ນັດ​ອາ​ພອນ​ສາ​ກົນ​ປີ 2015 ໃຫ້​ຮູ້​ວ່າ : 

    “ງານ​ຕະຫຼາດນັດ​ປີນີ້ ມີ​ຄວາມ​ແຕກ​ຕ່າງ​ກັນ, ນັ້ນ​ແມ່ນ​ພວກ​ຂ້າ​ພະ​ເຈົ້າ​ໄດ້​ມີ​ຫົວ​ຂໍ້ : ສີ​ສັນ​ເຊື່ອມ​ໂຍງ ເພາະ​ບັນ​ດາ​ຊຸດ​ອາ​ພອນ​ປີນີ້​ຂອງ​ໂລກ​ມີ​ທ່າ​ອຽງ​ແມ່ນ​ຈຸດ​ພົ້ນ​ເດັ່ນ. ທີ 2 , ພວກ​ຂ້າ​ພະ​ເຈົ້າ​ສຸມ​ໃສ່​ດຶ​ງ​ດູດ​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ເພື່ອ​ເຮັດ​ແນວ​ໃດ​ສາ​ມາດ​ເຕົ້າ​ໂຮມ​ບັນ​ດາ​ວິ​ສາ​ຫະ​ກິດ FDI ເພື່ອ​ປະ​ກອບ​ສ່ວນ​ໃຫ້​ແກ່ຂະ​ແໜງ​ຕຳ​ແຜ່ນ​ຕັດ​ຫຍິບ​ຫວຽດ​ນາມ. ເຂົາ​ເຈົ້າ​ສາ​ມາດ​ຜະ​ລິດ​ເພື່ອ​ສົ່ງ​ອອກ​ໄດ້, ດັ່ງ​ນັ້ນ ເຂົາ​ເຈົ້າ​ກໍ​ສາ​ມາດ​ຜະ​ລິດ​ເພື່ອ ສະ​ໜອງ​ໃຫ້​ຕະຫຼາດ​ພາຍ​ໃນ​ໄດ້  ”

 

ຂ່າວ/ບົດ​ອື່ນ