ງານ​ບຸນ Manifesta (ສາ​ມັກ​ຄີ) ຈັດ​ຂຶ້ນ​ຢູ່ ແບ​ນ​ຊິກ ເພື່ອ​ເຊີດ​ຊູ​ປະ​ທານ​ໂຮ່​ຈີ​ມິນ

(VOVWORLD) -ງານບຸນ Manifesta ປີນີ້ ດຶງດູດການເຂົ້າຮ່ວມຂອງແຂກທ່ອງທ່ຽວເກືອບ 20.000 ເທື່ອຄົນ. ສິ່ງທີ່ໜ້າສົນໃຈແມ່ນ, ປີນີ້ເປັນປີທຳອິດທີ ງານບຸນ Manifesta ເຊີດຊູປະທານ ໂຮ່ຈີມິນ.
ງານ​ບຸນ Manifesta (ສາ​ມັກ​ຄີ) ຈັດ​ຂຶ້ນ​ຢູ່ ແບ​ນ​ຊິກ ເພື່ອ​ເຊີດ​ຊູ​ປະ​ທານ​ໂຮ່​ຈີ​ມິນ - ảnh 1ການໂອ້ລົມສົນທະນາເຊີດຊູປະທານ ໂຮ່ຈີມິນ (ພາບ: TTXVN)

ໃນລະຫວ່າງວັນທີ 17 – 18 ກັນຍາ, ຢູ່ນະຄອນທະເລ Ostende ຂອງ ແບນຊິກ ໄດ້ດຳເນີນງານບຸນ Manifesta (ສາມັກຄີ), ເຊິ່ງເປັນໜຶ່ງໃນບັນດາກິດຈະກຳທາງດ້ານການເມືອງ - ສັງຄົມປະຈຳປີ ໂດຍພັກແຮງງານແບນຊິກ (PTB) ຈັດຂຶ້ນ. ງານບຸນ Manifesta ປີນີ້ ດຶງດູດການເຂົ້າຮ່ວມຂອງແຂກທ່ອງທ່ຽວເກືອບ 20.000 ເທື່ອຄົນ. ສິ່ງທີ່ໜ້າສົນໃຈແມ່ນ, ປີນີ້ເປັນປີທຳອິດທີ ງານບຸນ Manifesta ເຊີດຊູປະທານ ໂຮ່ຈີມິນ.

        ສະຖານທູດ ຫວຽດນາມ ປະຈຳ ແບນຊິກ ສົມທົບກັບພັກ PTB ຈັດເຫດການພິເສດນີ້ຂຶ້ນ ເພື່ອແນະນຳມໍລະດົກຂອງປະທານ ໂຮ່ຈີມິນ, ໃນນັ້ນ ມີການຈຳໜ່າຍປື້ມອ່ານທີ່ໄດ້ແປຈາກພາສາອັງກິດ ໂດຍນັກປະຫວັດສາດ ອິນເດຍ Vijay Prashad ເກັບສະສົມ ແລະ ຮຽບຮຽງລວມມີບົດຂຽນຂອງປະທານໂຮ່ຈີມິນ 48 ບົດ. ໃນປຶ້ມເຫຼັ້ມນີ້ ໄດ້ແນະນຳກ່ຽວກັບຊີວະປະຫວັດ, ພາລະກິດ ແລະ ແນວຄິດຂອງປະທານໂຮ່ຈີມິນ ແລະ ນີ້ເປັນຄັ້ງທຳອິດ ທີ່ໄດ້ແປອອກເປັນພາສາ ໂຮນລັງ.

        ໃນຂອບເຂດຂອງງານບຸນ Manifiesta 2022, ສະຖານທູດ ຫວຽດນາມ ໄດ້ວາງສະແດງ, ແນະນຳຮູບພາບກ່ຽວກັບປະເທດຊາດ, ປະຊາຊົນ ຫວຽດນາມ. ນອກຈາກນັ້ນແລ້ວ, ປະຊາຊົນຢູ່ທີ່ນີ້ຍັງໄດ້ຮັບຊົມລາຍການສະແດງລະຄອນຕຸກກະຕາທີ່ເປັນເອກະລັກສະເພາະຂອງ ຫວຽດນາມ ແລະ ຊິມບັນດາເຍື່ອງອາຫານທີ່ມີຊື່ສຽງຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ