ງານບຸນ ກາເຕຂອງຊາວເຜົ່າ ຈຳ
(ພາບ: TTXVN)
(vovworld) - ງານບຸນ ກາເຕຂອງຊາວເຜົ່າ ຈຳ (ໄຂຂຶ້ນໃນວັນທີ 30/9) ເພື່ອແນໃສ່ອາໄລຫາບັນດາເທວະດາຟ້າແຖນ ແລະ ພາວະນາໃຫ້ຄູ່ບ່າວສາວມີຄວາມປອງດອງ, ມະນຸດ ແລະ ສັດສາວາສິ່ງຈະເລີນພັນ, ກໍ່ຄືດິນຟ້າອາກາດອຳນວຍຄວາມສະດວກ, ລະດູການເກັບກ່ຽວໄດ້ຮັບຜົນດີ. ເຂົ້າຮ່ວມງານບຸນມີບັນດາຍົດຖາບັນດາສັກສາສະໜາ ແລະ ຊາວຈຳບັນດາເມືອງ ບັກບິ່ງ, ຕູຍຟອງ, ຮ່າມທ້ວນບັກ, ແຕ໋ງລິງ, ນະຄອນ ຟານທຽດເປັນຈຳນວນຫຼວງຫຼາຍ. ທ່ານນາງ ຫວໍຮ່ວາງຕວຽດລິງ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ບິ່ງທ້ວນ, ຫົວໜ້າຄະນະຈັດຕັ້ງງານບຸນ ກາເຕ 2016, ໃຫ້ຮູ້ວ່າ:
“ໃນ ງານບຸນ ກາເຕ 2016, ພວກຂ້າພະເຈົ້າໄດ້ເຊື້ອເຊີນປະຊາຊົນເມືອງຕ່າງໆມາຮ່ວມເປັນຈຳນວນຫຼວງຫຼາຍ. ໃນໂອກາດນີ້ພວກຂ້າພະເຈົ້າກໍ່ໄດ້ຂົນຂວາຍບັນດານັກອຸປະຖຳມີຂອງຂວັນເພື່ອມອບໃຫ້ບັນດາຍົດສັກ, ນັກສິລະປະການຊາວເຜົ່າຈຳອີກ“.
ງານບຸນ ກາເຕ ຂອງຊາວເຜົ່າ ຈຳ ຖືກດຳເນີນໃນບໍລິເວນກວ້າງຂວາງ, ຈາກທາດລົງສູ່ໝູ່ບ້ານ ແລະ ແຕ່ລະຄອບຄົວ, ສ້າງເປັນງານບຸນຂະໜາດໃຫຍ່. ໃນ 15 ກວ່າປີທີ່ຜ່ານມາ, ງານບຸນ ກາເຕ ຢູ່ທາດ Po Sah Inu ແຂວງ ບິ່ງທ້ວນ ໄດ້ການເປັນຈຸນັດພົບຂອງບັນດາຜູ້ນິຍົມວັດທະນະທຳ ຈຳ ທັງແມ່ນຈຸດນັດພົບຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດນັບພັນຄົນ.