(VOVWORLD) -ຕອນເຊົ້າວັນທີ 21 ເມສາ ຢູ່ເຂດທັດສະນີຍະພາບ ຈ່າງອານ ແຂວງ ນີງບີງ ໄດ້ດຳເນີນງານບຸນ ຈ່າງອານ ປີ 2019. ງານບຸນແມ່ນເພື່ອສະເຫລີມສະຫລອງ 5 ປີແຫ່ງວັນ UNESCO ຮັບຮອງກຸ່ມທັດສະນີຍະພາບ ຈ່າງອານ ແມ່ນມໍລະດົກທຳມະຊາດໂລກ.
ທັດສະນິຍະພາບ ຈ່າງອານ
ພາບ:(laodong.vn)
|
ທີ່ງານບຸນ ແຂກມາຮ່ວມໄດ້ຊົມບັນດາມໍລະດົກວັດທະນະທຳບໍ່ເປັນວັດຖຸ, ບັນດາສິ່ງຍອດຍິ່ງຂອງຫລາຍຮູບການດົນຕີພື້ນເມືອງ, ສິ່ງຍອດຍິ່ງດ້ານວັດທະນະທຳທີ່ເຕົ້າໂຮມຢູ່ເມືອງຫລວງເກົ່າຂອງບັນດາເຈົ້າຊີວິດສະໄຫມເລ, ຫລີ, ດີງ.
ງານບຸນຈ່າງອານ ແມ່ນການເຄື່ອນໄຫວເພື່ອອາໄລຫາຄຸນງາມຄວາມດີຂອງເທວະດາ ກູຍມີງ ພ້ອມກັບບັນພະບຸລຸດທີ່ໄດ້ມີຄຸນງາມຄວາມດີຕໍ່ກັບປະເທດຊາດ, ຕໍ່ກັບປະຊາຊົນ. ປີນີ້ ເລື່ອງຈັດຕັ້ງງານບຸນດັ່ງກ່າວ ຍັງມີຄວາມໝາຍສຳຄັນຫນຶ່ງອີກ ແມ່ນສະເຫລີມສະຫລອງ 5 ປີແຫ່ງວັນ ຈ່າງອານ ໄດ້ຮັບການຮັບຮອງຈາກ UNESCO ວ່າແມ່ນມໍລະດົກທຳມະຊາດຂອງໂລກ.