ງາ​ນ​ບຸນ​ຊຸດ​ເສື້ອ​ຍາວ ແລະ ການ​ທ່ອງ​ທ່ຽວ ຮ່າ​ໂນ້ຍ ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ດີ​ງາມ​ໃນ​ໃຈ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາ​ຍ​ໃນ ແລະ ຕ່າງ​ປະ​ເທດ

(VOVWORLD) -  ງານບຸນໄດ້ແຜ່ກະຈາຍ ແລະ ດຶງດູດຄວາມສົນໃຈ, ການເຂົ້າຮ່ວມເປັນຈຳນວນຫຼາຍຈາກປະຊາຊົນນະຄອນຫຼວງ ແລະ ແຂກທ່ອງທ່ຽວຢ່າງແທ້ຈິງ. 
 ງາ​ນ​ບຸນ​ຊຸດ​ເສື້ອ​ຍາວ ແລະ ການ​ທ່ອງ​ທ່ຽວ ຮ່າ​ໂນ້ຍ ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ດີ​ງາມ​ໃນ​ໃຈ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາ​ຍ​ໃນ ແລະ ຕ່າງ​ປະ​ເທດ - ảnh 1ມີຊຸດເສື້ອຍາວຫຼາຍຊຸດຫຼາຍແບບໄດ້ນຳມາແນະນຳໃນງານບຸນ (ພາບ: VGP)

ງານບຸນຊຸດເສື້ອຍາວ ແລະ ການທ່ອງທ່ຽວ ຮ່າໂນ້ຍ ປີ 2024 ໄດ້ອັດລົງໃນຕອນຄ່ຳວັນທີ 06 ຕຸລາ ຢູ່ ພະລາດຊະວັງ ທັງລອງ. ງານບຸນດັ່ງກ່າວໄດ້ແຜ່ກະຈາຍ ແລະ ດຶງດູດຄວາມສົນໃຈ, ການເຂົ້າຮ່ວມເປັນຈຳນວນຫຼາຍຈາກປະຊາຊົນນະຄອນຫຼວງ ແລະ ແຂກທ່ອງທ່ຽວຢ່າງແທ້ຈິງ. ງານບຸນຊຸດເຊື້ອຍາວ ແລະ ການທ່ອງທ່ຽວ ຮ່າໂນ້ຍ ໄດ້ສ້າງພື້ນທີ່ບັນຍາກາດທີ່ເປັນເອກະລັກ ດ້ວຍບັນດາສະຖານທີ່ ເຊັກອິນ, ຄົ້ນຫາຕົວຈິງທີ່ຈັບອົກຈັບໃຈ. ທ່ານຮອງຫົວໜ້າພະແນກທ່ອງທ່ຽວ ຮ່າໂນ້ຍ ຫງວຽນຮົ່ງມິງ ໃຫ້ຮູ້ວ່າ ພາຍຫຼັງຜັນຂະຫຍາຍມາໄດ້ 3 ປີ, ງານບຸນຊຸດເສື້ອຍາວ  ແລະ ການທ່ອງທ່ຽວ ຮ່າໂນ້ຍ (ປີ 2016 ແລະ 2 ປີ 2022, 2023), ດ້ວຍຈຸດປະສົງກະຕຸ້ນການທ່ອງທ່ຽວ, ອະນຸລັກຮັກສາ, ເຊີດຊູ ແລະ ຂຸດຄົ້ນບັນດາຄຸນຄ່າຂອງຊຸດເສື້ອຍາວ ທີ່ເປັນມູນເຊື້ອຂອງຊາດ ຫວຽດນາມ ຕິດພັນກັບບັນດາການເຄື່ອນໄຫວທ່ອງທ່ຽວ ໄດ້ຄ່ອຍໆນຳຊຸດເສື້ອຍາວກາຍເປັນບັນດາຜະລິດຕະພັນທີ່ເປັນເອກະລັກ, ຂອງຂວັນເປັນຂອງຕ້ອນທີ່ມີຄວາມໝາຍ ມອບຄວາມຮັກ, ຄວາມເອກອ້າງທະນົງໃຈກ່ຽວກັບວັດທະນະທຳທີ່ເປັນມູນເຊື້ອ.

 

ຕອບກັບ

ຂ່າວ/ບົດ​ອື່ນ