ງານບຸນຊ້າງຢູ່ລາວໄດ້ດຶງດູດ ແຂກທ່ອງທ່ຽວນັບແສນຄົນ

ງານບຸນຊ້າງຢູ່ລາວໄດ້ດຶງດູດ ແຂກທ່ອງທ່ຽວນັບແສນຄົນ - ảnh 1

(ພາບ:tin180.com)

(vovworld) – ​​​ງານ​ບຸນ​ຊ້າງ-ຊື່​ງ​ແມ່ນ​ງານ​ບຸນ​ປະ​ເພນີ​ຂອງ​ລາວ​ ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 18/2 ຢູ່​ເມືອງ​ໄຊ​ຍະ​ບູລີ ​ແຂວງ​ໄຊ​ຍະ​ບູລີ ​ແລະ ຖືກ​ຖື​ວ່າ​ແມ່ນ​ເຫດການ​ໃຫ່ຍກ່ວາ​ໝູ່​ຂອງ​ແຂວງ​ໃນ​ປີ 2013 ພ້ອມ​ທັງ​ແມ່ນ​ຂີດ​ໝາຍ​ແຫ່ງ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ລາວ 2013. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ງານ​ບຸນ​ຊ້າງ, ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີລາວ ​ໄດ້​ຮຽກຮ້ອງ​ໃຫ້​ທົ່ວ​ປວງ​ຊົນ​ຈົ່ງ​ຍົກ​ສູງ​ສະຕິ​ອະນຸລັກ​ຮັກສາ​ວັດທະນະທຳ​ພື້ນ​ເມືອງ, ຮ່ວມ​ແຮງ​ຮ່ວມ​ໃຈ​ປົກ​ປ້ອງ​ສັດປ່າ, ພິ​ເສດ​ແມ່ນ​ຊ້າງ. ພາຍຫຼັງ​ພິທີ​ໄຂ​ງານ​ບຸນ, ຂະ​ບວນ​ແຫ່ຊ້າງ​ລວມມີ 64 ​ໂຕ​ໄດ້​ເປັນ​ການ​ລະດົມກຳລັງ​ໃຈ​ແຂກ​ທ່ອງ​ທ່ຽວ​ນັບ​ແສນ​ຄົນ.

ຂ່າວ/ບົດ​ອື່ນ