ງານບຸນຖ້ຳກວ໋າງບີງປີ2017

(VOVWORLD) -ຕອນຄ່ຳວັນທີ 17 ມິຖຸນາ ຢູ່ ສະຫນາມຫລວງ ບ໋າວນີງ ນະຄອນ ດົງເຮີຍ ແຂວງ ກວ໋າງບີງ ໄດ້ໄຂງານບຸນຖ້ຳ ກວ໋າງບີງ ປີ 2017 ດ້ວຍຫົວຂໍ້ວ່າ:  ລາຊະອານາຈັກ ຖ້ຳ, ໃຫຍ່ໂຕມະໂຫຖານ ມະຫັດສະຈັນ ແລະ ເທບນິຍາຍ”.
ງານບຸນຖ້ຳກວ໋າງບີງປີ2017 - ảnh 1 ລາຍການສະແດງສິລະປະໃນພິທີໄຂງານບຸນຖ້ຳກວ໋າງບີງ

ງານບຸນຖ້ຳ ກວ໋າງບີງ ຈັດຕັ້ງ 2 ປີເທື່ອຫນຶ່ງ ເພື່ອໂຄສະນາ, ແນະນຳລະບົບຖ້ຳກວ່າ 300 ແຫ່ງທີ່ໃຫຍ່ໂຕມະໂຫຖານ ມະຫັດສະຈັນ ເປັນເອກະລັກສະເພາະກ່ຽວກັບດ້ານທໍລະນີສາດ ແລະ ຊີວະນາໆພັນແຖວຫນ້າໃນໂລກ ພ້ອມກັບບັນດາຄຸນຄ່າດ້ານວັດທະນະທຳ, ຈິດວິນຍານ, ສິ່ງເລິກລັບຂອງສະຖານທີ່ທ່ອງທ່ຽວ ກວ໋າງບີງ ເຖິງນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ. ກ່າວຄຳເຫັນນະພິທີ, ທ່ານ ຫງວຽນຫືວຮ່ວາຍ, ປະທານຄະນະກຳມະການປະຊາຊົນ ແຂວງ ກວ໋າງບີງ ໃຫ້ຮູ້ວ່າ:

        “ພິທີໄຂງານບຸນຖ້ຳ ກວ໋າງບີງ ປີ 2017 ຖືກຈັດຂຶ້ນ ເພື່ອແນໃສ່ແນະນຳ, ໂຄສະນາກ່ຽວກັບຄວາມສາມາດບົ່ມຊ້ອນດ້ານທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງລາຊະອານາຈັກຖ້ຳທີ່ໃຫຍ່ໂຕມະໂຫຖານ, ມະຫັດສະຈັນ ແລະ ເທບນິຍາຍ. ກວ໋າງບີງ ຈະຕ້ອນຮັບນັກທ່ອງທ່ຽວດ້ວຍສະຖານທີ່ທ່ອງທ່ຽວທີ່ດູດດື່ມ”

ທີ່ພີທີໄຊງານບຸນ, ແຂວງ ກວ໋າງບີງ ໄດ້ຕ້ອນຮັບໃບຢັ້ງຢືນສະຖິຕິຖ້ຳ ເຊີນດອງ ແມ່ນຖ້ຳທຳມະຊາດໃຫຍ່ກວ່າໝູ່ໃນໂລກຈາກ ສະຫະພັນສະຖິຕິໂລກ ແລະ ສະຫະສະມາຄົມສະຖິຕິໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ