ງານບຸນບ້ານ ແຊນ ສະເຫຼີມສະຫຼອງວັນຄ້າຍວັນເກີດປະທານ ໂຮ່ຈີມິນ ດ້ວຍການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ

(VOVWORLD) - ງານບຸນບ້ານ ແຊນ ແມ່ນການເຄື່ອນໄຫວດ້ານການເມືອງ, ວັດທະນະທຳສຳຄັນ, ສະແດງຄວາມຮູ້ບຸນຄຸນ, ຄວາມເຄົາລົບຂອງປະຊາຊົນທີ່ມີຕໍ່ປະທານ ໂຮ່ຈີມິນ
ງານບຸນບ້ານ ແຊນ ສະເຫຼີມສະຫຼອງວັນຄ້າຍວັນເກີດປະທານ ໂຮ່ຈີມິນ ດ້ວຍການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ - ảnh 1 ງານບຸນບ້ານ ແຊນ ປີ 2022
(ພາບປະກອບ: TTXVN)

        ຕອນເຊົ້າວັນທີ 08 ພຶດສະພາ, ຢູ່ແຂວງ ເງະອານ, ທີ່ກອງປະຊຸມສື່ມວນຊົນໂດຍຄະນະໂຄສະນາສຶກສາຄະນະພັກແຂວງ, ພະແນກຖະແຫຼງຂ່າວ - ສື່ສານ, ສະມາຄົມນັກຂ່າວແຂວງ ເງະອານ ຈັດຂຶ້ນ, ທ່ານນາງ ເຈິ່ນທິມີແຮ້ງ, ຫົວໜ້າພະແນກວັດທະນະທຳ ແລະ ກິລາ, ໃຫ້ຮູ້ວ່າ ງານບຸນບ້ານ ແຊນ ປີ 2023 ເນື່ອງໃນໂອກາດສະເຫຼີມສະຫຼອງ 133 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມີນ (19 ພຶດສະພາ 1890 – 19 ພຶດສະພາ 2023) ຈະດຳເນີນແຕ່ວັນທີ 10-19 ພຶດສະພາ ດ້ວຍການເຄື່ອນໄຫວທີີ່ມີຄວາມໝາຍຫຼາຍຢ່າງ.

        ບັນດາການເຄື່ອນໄຫວລວມມີ: ງານມະໂຫລານສຽງເພງບ້ານ ແຊນ (ເມືອງ ນາມດ່ານ, ແຂວງ ເງະອານ); ການແຂ່ງຂັນປຸງແຕ່ງອາຫານຈາກດອກບົວ; ງານສາງສະແດງ “ບັນດາແບບຢ່າງທີ່ລຽບງ່າຍແຕ່ສູງສົ່ງ”, ຫົວເລື່ອງສະເພາະ “ໂຮ່ຈີມິນ - ຮູບພາບມະນຸດ”; ການສະແດງຂັບລຳພື້ນເມືອງ ວີ ຢັ້ມ ແລະ ງານພົບປະແລກປ່ຽນສະແດງສິລະປະ; ຈັດການລະຫຼິ້ນພື້ນເມືອງຕິດພັນດັບຄາວເຍົາໄວຂອງ ເພີ່ນ…

        ງານບຸນບ້ານ ແຊນ ແມ່ນການເຄື່ອນໄຫວດ້ານການເມືອງ, ວັດທະນະທຳສຳຄັນ, ສະແດງຄວາມຮູ້ບຸນຄຸນ, ຄວາມເຄົາລົບຂອງປະຊາຊົນທີ່ມີຕໍ່ປະທານ ໂຮ່ຈີມິນ; ແມ່ນໂອກາດເພື່ອໂຄສະນາກ່ຽວກັບບ້ານ ແຊນ, ບ້ານເກີດເມືອງນອນຂອງປະທານ ໂຮ່ຈີມິນ, ກັບເພື່ອນມິດ, ແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ