ງານບຸນ​ປີ​ໃໝ່ ຫວຽດນາມ 2024 ໄດ້​ດຳ​ເນີນ​ແຕ່​ວັນ​ທີ 18 – 21 ມັງ​ກອນ

(VOVWORLD) - ງານບຸນປີໃໝ່ຫວຽດນາມປີ 2024 ກໍ່ໄດ້ອອກແບບດ້ວຍຫຼາຍລາຍການທີ່ເປັນເອກະລັກສະເພາະໃຫ້ແກ່ຜູ້ເຂົ້າຮ່ວມ. 
ງານບຸນ​ປີ​ໃໝ່ ຫວຽດນາມ 2024 ໄດ້​ດຳ​ເນີນ​ແຕ່​ວັນ​ທີ 18 – 21 ມັງ​ກອນ - ảnh 1ທູດວັນບຸນເຕັດ ຫວຽດນາມ ປີ 2024 (ພາບ: TTXVN)

ພະແນກການທ່ອງທ່ຽວນະຄອນ ໂຮ່ຈີມິນ ແລະ ສະຫະສະມາຄົມວັດທະນະທຳ ອາຫານການກິນ ຫວຽດນາມ (VCCA) ໄດ້ສົມທົບກັນຈັດຕັ້ງງານບຸນປີໃໝ່ຫວຽດນາມ ປີ 2024 ດ້ວຍຫົວຂໍ້ “ເຕັດຫວຽດໃນເມື່ອກ່ອນ ແລະ ປັດຈຸບັນ” ໃນລະຫວ່າງວັນທີ 18 – 21 ມັງກອນ, ຢູ່ສວນສາທາລະນະ ເລວັນຕ໊າມ, ເມືອງ 1, ນະຄອນ ໂຮ່ຈີມິນ. ງານບຸນປີນີ້ ມີການເຄື່ອນໄຫວທີ່ເປັນຫຼາຍຮູບຫຼາຍສີ ໂດຍວາດພາບເຖິງບັນດາຮີດຄອງປະເພນີທີ່ເປັນມູນເຊື້ອຍາມ ບຸນເຕັດ, ປຸກລຸກນ້ຳໃຈຮັກຊາດ ແລະ ເຊີດຊູຄຸນຄ່າທາງດ້ານວັດທະນະທຳ, ອາຫານການກິນທີ່ເປັນເອກະລັກສະເພາະຂອງ ຫວຽດນາມ.

ຕາມນັ້ນແລ້ວ, ງານບຸນປີໃໝ່ຫວຽດນາມປີ 2024 ກໍ່ໄດ້ອອກແບບດ້ວຍຫຼາຍລາຍການທີ່ເປັນເອກະລັກສະເພາະໃຫ້ແກ່ຜູ້ເຂົ້າຮ່ວມ. ລະອຽດແມ່ນ ໃນລາຍການ “ຮັບຊົມງານບຸນເຕັດ” ແມ່ນລາຍການສະແດງສິລະປະທີ່ເປັນມູນເຊື້ອ ແລະ ຍຸກສະໄໝ ທີ່ພົ້ນເດັ່ນ, ລາຍການສະແດງດົນຕີຍາມຕົ້ນລະດູບານໃໝ່, ພິທີຕັ້ງຕົ້ນກະຖິນ, ຮີດຄອງປະເພນີ ອວຍພອນບຸນເຕັດ, ອວຍພອນຍາມຕົ້ນປີ…ດ້ວຍມາດຖານ “ພະລັງງານສີຂຽວ - ອາຫານການກິນສີຂຽວ - ການທ່ອງທ່ຽວສີຂຽວ”, ແຂກເຂົ້າງານ ບຸນປີໃໝ່ຫວຽດນາມ 2024 ຈະໄດ້ ຢ້ຽມຊົມ ຮ້ານວາງສະແດງຜະລິດຕະພັນພິເສດ ຫວຽດນາມ ກ່ວາ 50 ຮ້ານ.

ງານບຸນປີໃໝ່ຫວຽດນາມ  2024 ມຸ່ງໄປເຖິງການປຸກລຸກນ້ຳໃຈວັດທະນະທຳ ແລະ ຄວາມພາກພູມໃຈຕໍ່ປະເທດຊາດ ຂອງໄວໜຸ່ມ ຜ່ານບັນດາການເຄື່ອນໄຫວທີ່ເປັນມູນເຊື້ອຂອງຄອບຄົວໃນຍາມບຸນເຕັດ. ເຫດການບໍ່ພຽງແຕ່ເຊີດຊູຄວາມງານທາງດ້ານວັດທະນະທຳ ແລະ ພື້ນຖານອາຫານການກິນ ຫວຽດນາມ ເທົ່ານັ້ນ ຫາກຍັງ ຮ່ວມເດີນທາງພ້ອມກັບຂະແໜງການທ່ອງທ່ຽວດຶງດູດແຂກທ່ອງທ່ຽວສາກົນ ມາທ່ຽວຫວຽດນາມ ເວົ້າລວມ ແລະ ນະຄອນ ໂຮ່ຈີມິນ ເວົ້າສະເພາະ ຜ່ານບັນດາເຫດການງານບຸນວັດທະນະທຳ, ອາຫານການກິນ ແລະ ການລົງ ຄົ້ນຫາຕົວຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ