ງານ​ບຸນ​ລົງ​ທົ່ງ​ນາ​ໃນ​​ວັນ​ທີ 3 ຂອງ​ບຸນ​ເຕັດ

(VOVWORLD) - ຕອນເຊົ້າວັນທີ 27 ມັງກອນ (ກົງກັບວັນທີ 3 ບຸນເຕັດປີຊວດ 2020), ງານບຸນລົງທົ່ງນາທຳອິດໃນທົ່ວປະເທດ ໄດ້ດຳເນີນຢູ່ບ້ານ ແທັງຮວາ, ຕາແສງຈຸງແທັງ, ເທດສະບານຕາແສງ ໂຝອຽນ, ແຂວງທາຍງວຽນ
ງານ​ບຸນ​ລົງ​ທົ່ງ​ນາ​ໃນ​​ວັນ​ທີ 3 ຂອງ​ບຸນ​ເຕັດ - ảnh 1

(ພາບ: TTXVN)

   ນີ້ແມ່ນການເຄື່ອນໄຫວຈັດຂຶ້ນເປັນປະຈຳປີ ໃນໂອກາດຕົ້ນປີໃໝ່ຂອງທ້ອງຖິ່ນ ດ້ວຍຄວາມໝາຍເປີດສາກໃຫ້ແກ່ປີການຜະລິດກະສິກຳໃໝ່ ດ້ວຍຄວາມຫວັງຢາກໃຫ້ດິນຟ້າອາກາດອຳນວຍຄວາມສະດວກ, ລະດູເກັບກຽວໄດ້ຮັບຜົນດີ.

  ເລີ່ມຕົ້ນພິທີ, ຜູ້ຕາງໜ້າການນຳແຂວງທາງວຽນ ແລະ ເທດສະບານຕາເສງໂຝອຽນ ໄດ້ຂັບລົດໄຖທັນສະໄໝທີ່ສຸດລົງທົ່ງນາ, ຫຼັງຈາກນັ້ນແມ່ນການແຂ່ງຂັນໄຖນາດ້ວຍຄວາຍ, ການແຂ່ງຂັນດຳນາ ຊື່ງໄດ້ດຶງດູດການເຂົ້າຮ່ວມຂອງຊາວກະສິກອນເປັນຈຳນວນຫຼວງຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ