ງານບຸນວັດທະນະທຳ ຫວຽດນາມ ຢູ່ ສ. ເກົາຫຼີ ປະກອບສ່ວນຕິດພັນວົງຄະນະຍາດ

(VOVWORLD) -  ງານບຸນປີນີ້ໄດ້ຮັບການຈັດຕັ້ງດ້ວຍຫົວຂ້ໍ້: “ງານບຸນວັດທະນະທຳ ຫວຽດນາມ ຢູ່ ສ. ເກົາຫຼີ - ການພົວພັນແລກປ່ຽນວັດທະນະທຳ ຫວຽດນາມ - ສ. ເກົາຫຼີ”.
ງານບຸນວັດທະນະທຳ ຫວຽດນາມ ຢູ່ ສ. ເກົາຫຼີ ປະກອບສ່ວນຕິດພັນວົງຄະນະຍາດ - ảnh 1ແຂກເຂົ້າຮ່ວມການວາງສະແດງ 


ວັນທີ 29 ຕຸລາ, ສະມາຄົມຊາວ ຫວຽດນາມ ຢູ່ ສ. ເກົາຫຼີ ໄດ້ຈັດຕັ້ງງານບຸນວັດທະນະທຳ ຫວຽດນາມ ຄັ້ງທີ 7 ຢູ່ມະຫາວິທະຍາໄລ Sejong, ນະຄອນຫຼວງ ເຊີອູນ, ສ. ເກົາຫຼີ. ງານບຸນປີນີ້ໄດ້ຮັບການຈັດຕັ້ງດ້ວຍຫົວຂ້ໍ້: “ງານບຸນວັດທະນະທຳ ຫວຽດນາມ ຢູ່ ສ. ເກົາຫຼີ - ການພົວພັນແລກປ່ຽນວັດທະນະທຳ ຫວຽດນາມ - ສ. ເກົາຫຼີ”. ທີ່ງານບຸນປີນີ້, ປະຊາຊົນ ຫວຽດນາມ ແລະ ເພື່ອນມິດສາກົນນັບພັນຄົນໄດ້ຮັບຊົມບັນດາລາຍການສະແດງສິລະປະ ຍ້ອງຍໍຊົມເຊີຍວັດທະນະທຳ, ປະເທດຊາດ ແລະ ຊາວ ຫວຽດນາມ; ຊິມບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະ ແລະ ພ້ອມກັນເຂົ້າຮ່ວມການລະຫຼິ້ນພື້ນເມືອງທີ່ດຶງດູດໃຈຫຼາຍຢ່າງ. ງານບຸນໄດ້ສ້າງຄວາມປະທັບໃຈອັນດີງາມໃຫ້ເພື່ອນມິດສາກົນກ່ຽວກັບປະເທດ ຫວຽດນາມ ແຫ່ງສະຫງົບສຸກ, ສວຍງາມ ແລະ ສະໜິດສະໜົມ, ສ້າງການສະໜິດຕິດພັນກ່ວາລະຫວ່າງຊາວ ຫວຽດນາມ ທີ່ພວມອາໄສຫ່າງໄກຈາກປະເທດຊາດ.

        ກໍ່ໃນວັນທີ 29 ຕຸລາ, ສະມາຄົມຊາວ ຫວຽດນາມ ຢູ່ ສ. ເກົາຫຼີ ຈັດຕັ້ງງານວາງສະແດງພາບຖ່າຍໂຄສະນາກ່ຽວກັບຄວາມງາມຂອງປະເທດຊາດ, ປະຊາຊົນ ຫວຽດນາມ ຢູ່ນະຄອນ ເຊີອູນ.


ຕອບກັບ

ຂ່າວ/ບົດ​ອື່ນ