ງານບຸນວັດທະນະທຳລັດເຊຍ“ຄວາມຮູ້ສຶກກ່ຽວກັບປະເທດລັດເຊຍ”
ງານບຸນວັດທະນະທຳລັດເຊຍ
“ຄວາມຮູ້ສຶກກ່ຽວກັບປະເທດລັດເຊຍ”
(ພາບ: TTXVN)
(vovworld) – ຕອນບ່າຍວັນທີ 26/09, ຢູ່ຮ່າໂນ້ຍ, ສະຖານທູດສະຫະພັນລັດເຊຍ ປະຈຳຫວຽດນາມ ໄດ້ໄຂງານບຸນວັດທະນະທຳລັດເຊຍ“ຄວາມຮູ້ສຶກກ່ຽວກັບປະເທດລັດເຊຍ”. ເຂົ້າຮ່ວມພິທີໄຂງານບຸນມີທ່ານລັດຖະມົນຕີຊ່ວຍວ່າການກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ເລແຄ໋ງຫາຍ ແລະ ທ່ານເອກອັກຄະລັດຖະທູດ, ຜູ້ມີອຳນາດເຕັມແຫ່ງສະຫະພັນລັດເຊຍ ປະຈຳຫວຽດນາມ Konstantin Vnukov. ກ່າວຄຳເຫັນທີ່ພິທີໄຂງານບຸນ, ທ່ານຮອງຫົວໜ້າກົມຮ່ວມມືສາກົນ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ເລຫງອກດິ້ງ ເນັ້ນໜັກວ່າ: ງານບຸນວັດທະນະທຳລັດເຊຍ ຢູ່ຫວຽດນາມ ຄັ້ງນີ້ ແມ່ນເຫດການທີ່ມີຄວາມໝາຍໃຫຍ່ຫຼວງ ໃນການຮ່ວມມື, ພົວພັນແລກປ່ຽນວັດທະນະທຳລະຫວ່າງ 2 ປະເທດ. ດ້ວຍບັນດາລາຍການສະແດງ, ຂັບລຳທຳເພງພື້ນເມືອງ, ງານວາງສະແດງພາບແຕ້ມ, ອີກຄັ້ງໜຶ່ງຜູ້ຊົມຫວຽດນາມ ໄດ້ມີໂອກາດໄດ້ຮັບຊົມບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງພື້ນຖານວັດທະນະທຳລັດເຊຍ.
ສ່ວນທ່ານເອກອັກຄະລັດຖະທູດ Konstantin Vnukov ຢືນຢັນວ່າ, ການພົວພັນລະຫວ່າງ 2 ປະເທດນັບມື້ນັບພັດທະນາໃນທຸກຂົງເຂດ, ໃນນັ້ນມີການສົມທົບກັນ, ພົບປະແລກປ່ຽນໃນຂົງເຂດວັດທະນະທຳ ຍາມໃດກໍມີທີ່ຕັ້ງສຳຄັນ. ຜ່ານບັນດາການແລກປ່ຽນວັດທະນະທຳດັ່ງກ່າວ, 2 ປະເທດນັບມື້ນັບເພີ່ມທະວີຄວາມເຂົ້າໃຈດ້ານວັດທະນະທຳ ກໍຄືຮີດຄອງປະເພນີກວ່າອີກ.