ງານບຸນອາຫານການກິນ ແລະ ວັດທະນະທຳ ອາຊີ ປີ 2018 ຈັດຕັ້ງຢູ່ຮ່າໂນ້ຍ ແລະ ຮ້າລອງ

(VOVWORLD) - ບັນດາເຫດການດັ່ງກ່າວເພື່ອແນໃສ່ຕອບສະໜອງ “ປີທ່ອງທ່ຽວແຫ່ງຊາດ 2018” ດ້ວຍຫົວຂໍ້ “ຮ້າລອງ ມໍລະດົກ, ສິ່ງມະຫັດສະຈັນ - ຈຸດນັດພົບສະໜິດສະໜົມ”.
ງານບຸນອາຫານການກິນ ແລະ ວັດທະນະທຳ ອາຊີ ປີ 2018 ຈັດຕັ້ງຢູ່ຮ່າໂນ້ຍ ແລະ ຮ້າລອງ - ảnh 1ການປະຊຸມຂ່າວປະກາດກ່ຽວກັບງານບຸນ

ງານບຸນອາຫານການກິນ ແລະ ວັດທະນະທຳ ອາຊີ (Mon Asian Food Festival – MAFF) ໄດ້ຈັດຕັ້ງເປັນຄັ້ງທຳອິດຢູ່ນະຄອນຫຼວງ ຮ່າໂນ້ຍ ແລະ ນະຄອນ ຮ້າລອງ (ແຂວງ ກ໋ວາງນີງ) ໃນເດືອນ ເມສາ 2018.

        ລະອຽດຄື: ບັນດາເຫດການດັ່ງກ່າວເພື່ອແນໃສ່ຕອບສະໜອງ “ປີທ່ອງທ່ຽວແຫ່ງຊາດ 2018” ດ້ວຍຫົວຂໍ້ “ຮ້າລອງ ມໍລະດົກ, ສິ່ງມະຫັດສະຈັນ - ຈຸດນັດພົບສະໜິດສະໜົມ”. ດ້ວຍຈຸດປະສົງເຊີດຊູສິ່ງທີ່ດີງາມ, ຫຼາຍຮູບຫຼາຍແບບກ່ຽວກັບອາຫານການກິນ ຄືຈຸດທີ່ເປັນເອກະລັກສະເພາະດ້ານວັດທະນະທຳຂອງປະເທດຕ່າງໆໃນພາກພື້ນ ອາຊີ, ງານບຸນມີຮ້ານອາຫານການກິນ 100 ຮ້ານຂອງ ຫວຽດນາມ ແລະ ບັນດາປະເທດ ອາຊີ: ມຽນມາ, ຍີ່ປຸ່ນ, ສ.ເກົາຫຼີ. ຢູ່ ຮ່າໂນ້ຍ, ງານບຸນໄດ້ຈັດຕັ້ງແຕ່ວັນທີ 22 – 24 ເມສາ 2018 ຢູ່ Mon city ໝີ້ດິ່ງ. ຢູ່ຮ້າລອງ, ງານບຸນຈັດຕັ້ງແຕ່ວັນທີ 27 – 29 ເມສາ 2018 ຢູ່ສະໜາມຫຼວງ 30/10.

ຕອບກັບ

ຂ່າວ/ບົດ​ອື່ນ