(vovworld) - ໃນວັນທີ 05 ສິງຫາ ຂອງແຕ່ລະປີ, ຢູ່ນະຄອນຫຼວງມົດສກູ, ສະຫະພັນລັດເຊຍ, ໄດ້ດຳເນີນງານພົບປະສັງສັນລະຫວ່າງບັນດາຜູ້ຊ່ຽວຊານການທະຫານໂຊວຽດເກົ່າ ທີ່ເຄີຍປະຕິບັດງານຢູ່ຫວຽດນາມ ໃນຊຸມເດືອນປີແຫ່ງສົງຄາມພ້ອມກັບເພື່ອນມິດຫວຽດນາມ. ປີ 2013 ນີ້, ແມ່ນການພົບປະຄັ້ງທີ 44, ເຊິ່ງດຳເນີນໄປຢູ່ສະຖານທູດຫວຽດນາມ ປະຈຳສະຫະພັນລັດເຊຍ. ບັນດາອະດີດຜູ້ຊ່ຽວຊານການທະຫານພ້ອມກັນຫວນຄືນອະນຸສອນທີ່ດີງາມກ່ຽວກັບນ້ຳໃຈຖານສະຫາຍ, ອ້າຍນ້ອງຂອງບັນດາທະຫານລັດເຊຍ ແລະ ຫວຽດນາມ. ກ່າວຄຳເຫັນທີ່ງານພົບປະ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳສະຫະພັນລັດເຊຍ ຟ້າມຊວນເຊີນ ຢືນຢັນວ່າ.
“ການພົວພັນລະຫວ່າງ 2 ປະເທດຫວຽດນາມ - ສະຫະພັນລັດເຊຍ ໄດ້ຮັບການສ້າງຕັ້ງຜ່ານຄວາມຫຍຸ້ງຍາກ, ລຳບາກ ນັບທັງເລືອດເນື້ອຂອງປະຊາຊົນລັດເຊຍ ແລະ ປະຊາຊົນຫວຽດນາມ. ໃນຫົວໃຈຂອງພວກຂ້າພະເຈົ້າ, ປະເທດລັດເຊຍ, ຊາວລັດເຊຍ, ປະຊາຊົນລັດເຊຍ ແລະ ບັນດາເພື່ອນໂຊວຽດ ມີທີ່ຕັ້ງພິເສດ. ຂ້າພະເຈົ້າຢາກຢືນຢັນກັບພວກເພື່ອນວ່າ, ໂດຍປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈິມິນ, ປະຕິບັດແນວທາງຂອງລັດ ແລະ ປະຊາຊົນຫວຽດນາມ, ສືບຕໍ່ເສັ້ນທາງຂອງລຸ້ນກ່ອນໆ. ປະຊາຊົນຫວຽດນາມ ແລະ ພວກຂ້າພະເຈົ້າ ບັນດານັກການທູດ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອພັດທະນາການພົວພັນມິດຕະພາບອັນດີງາມ ແລະ ການພົວພັນຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ 2 ປະເທດພວກເຮົາກວ່າອີກ”.