ງານພົບ​ປະສັງ​ສັນຊາວ​ໜຸ່ມ​ລຸ້ນ​ຕ່າງໆ​ທີ່​ໄດ້​ເຂົ້າ​ຮ່ວມ​ການ​ກໍ່​ສ້າງ​ກິດ​ຈະ​ກຳ​ຊາວ​ໜຸ່ມກອມ​ມູ​ນິດ

(VOVWORLD) -ຕອນຄ່ຳວັນທີ 12 ມີນາ, ຢູ່ນະຄອນ ຮວ່າບິ່ງ, ສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ຈັດຕັ້ງງານພົບປະສັງສັນຊາວໜຸ່ມລຸ້ນຕ່າງໆທີ່ໄດ້ເຂົ້າຮ່ວມການກໍ່ສ້າງກິດຈະກຳຊາວໜຸ່ມ ກອມມູນິດ ແລະ ຍ້ອງຍໍຊົມເຊີຍກິດຈະກຳຊາວໜຸ່ມດີເດັ່ນໃນໄລຍະ “90 ວັນ ໄວໜຸ່ມທົ່ວປະເທດແຂ່ງຂັນ, ຂ່ຳນັບຮັບຕ້ອນວັນສ້າງຕັ້ງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ຄົບຮອບ 90 ປີ” (26/3/1931 – 26/3/2021).

ໃນງານພົບປະ, ບັນດາສະມາຊິກຄະນະຊາວໜຸ່ມ, ຊາວໜຸ່ມ ໄດ້ແລກປ່ຽນກັບພະນັກງານ, ສະມາຊິກຄະນະຊາວໜຸ່ມ, ຊາວໜຸ່ມອາສາສະໝັກດີເດັ່ນໃນລຸ້ນຕ່າງໆ ທີ່ເຄີຍອຸທິດສ່ວນແກ່ກິດຈະກຳກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ ຮວ່າບິ່ງ; ຮັບຟັງບັນດາເລື່ອງລາວທີ່ໄດ້ປະກອບສ່ວນແຜ່ກະຈາຍເຈດຈຳນົງ, ນ້ຳໃຈປະຈັນບານ, ອາສາສະໝັກໃນທຸກແນວຮົບແຫ່ງການສ້າງສາ ແລະ ພັດທະນາປະເທດຊາດຂອງຊາວໜຸ່ມລຸ້ນກ່ອນໆ.

ງານພົບ​ປະສັງ​ສັນຊາວ​ໜຸ່ມ​ລຸ້ນ​ຕ່າງໆ​ທີ່​ໄດ້​ເຂົ້າ​ຮ່ວມ​ການ​ກໍ່​ສ້າງ​ກິດ​ຈະ​ກຳ​ຊາວ​ໜຸ່ມກອມ​ມູ​ນິດ - ảnh 1 ທ່ານ ຫງວຽນງອກເລືອງ, ເລຂາສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ກ່າວຄຳເຫັນທີ່ງານພົບປະສັງສັນ

ກ່າວຄໍາເຫັນທີ່ງານພົບປະສັງສັນ,  ທ່ານ ຫງວຽນງອກເລືອງ, ເລຂາສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ຢັ້ງຢືນວ່າ: ໂດຍສືບຕໍ່ມູນເຊື້ອຂອງຊາວໜຸ່ມລຸ້ນຕ່າງໆ, ອົງການຈັດຕັ້ງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ຈະສືບຕໍ່ຂົນຂວາຍ, ຈັດຕັ້ງໃຫ້ສະມາຊິກຄະນະຊາວໜຸ່ມ, ຊາວໜຸ່ມປະຕິບັດກິດຈະກຳຊາວໜຸ່ມຕ່າງໆ ເພື່ອປະກອບສ່ວນເຂົ້າໃນການສ້າງສາປະເທດສາດ ຜ່ານບັນດາຂະບວນການ ຄື “ຊາວໜຸ່ມອາສາສະໝັກ”, “ໄວໜຸ່ມປະດິດຄິດສ້າງ”, “ໄວໜຸ່ມປະຈັນບານປົກປັກຮັກສາປະເທດຊາດ”… ເນື່ອງໃນໂອກາດນີ້, ສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ກໍຍ້ອງຍໍຊົມເຊີຍ 35 ກິດຈະກຳຊາວໜຸ່ມດີເດັ່ນ ທີ່ມີຄຸນຄ່າອັນແທດຈິງ, ປະກອບສ່ວນໂດຍກົງເຂົ້າໃນການປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. 

ທູຮັ່ງ

ຕອບກັບ

ຂ່າວ/ບົດ​ອື່ນ