(vovworld) - ວັນທີ 19/12, ຢູ່ຮ່າໂນ້ຍ, ຄະນະກຳມະການສາມັກຄີ ກັບຊາວຄຼິດຫວຽດນາມ ໄດ້ຈັດງານພົບປະສ້າງສັນໃນໂອກາດວັນບຸນຄຼິດສມາດ 2012. ນະທີ່ນີ້, ທ່ານຮິງດາມ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ສົ່ງພອນໄຊອັນປະເສີດທີ່ສຸດມາຍັງຄຸນພໍ່ປະທານຄະນະກຳມະການສາມັກຄີ ກັບຊາວຄຼິດຫວຽດນາມ, ບັນດາສະມາຊິກໃນຄະນະປະຈຳ, ຄະນະປະທານຄະນະກຳມະການສາມັກຄີ ກັບຊາວຄຼິດຫວຽດນາມ, ບັນດາຄຸນພໍ່, ນັກບວດ ແລະ ປະຊາຊົນຊາວຄຼິດ. ທ່ານປະທານຮິງດາມ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ດ້ວຍອາລົມຈິດຄວາມຮັກແພງ, ຄວາມຮັບຜິດຊອບ ແລະ ບົດບາດຂອງຕົນ, ບັນດາຜູ້ມີຍົດຖະບັນດາສັກ ແລະ ປະຊາຊົນຊາວຄຼິດຈະສືບຕໍ່ປະກອບສ່ວນໃຫ້ແກ່ປະເທດຊາດ, ປັບປຸງ ແລະ ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ, ເພື່ອຈຸດໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມປະຊາທິປະໄຕ, ຍຸດຕິທຳ, ສີວິໄລ… ຄຸນພໍ່ຫງວຽນກົງແຢງ, ປະທານຄະນະກຳມະການສາມັກຄີ ກັບຊາວຄຼິດຫວຽດນາມ ໄດ້ຂອບອົກຂອບໃຈຕໍ່ຄວາມເອົາໃຈໃສ່ຂອງພັກ, ລັດ, ແນວໂຮມປະເທດຊາດ ແລະ ຢັ້ງຢືນຈະສືບຕໍ່ຂົນຂວາຍບັນດາຜູ້ມີຍົດຖາບັນຫາສັກ ແລະ ປະຊາຊົນຊາວຄຼິດຈະປະຕິບັດແຜນນະໂຍບາຍ, ນະໂຍບາຍ, ກົດໝາຍຂອງພັກ, ລັດ, “ຢູ່ໃນສິດກິນໃນທຳ“ ໃຫ້ເປັນຢ່າງດີ.