ງານພົບປະແລກປ່ຽນ “60 ປີແຫ່ງເສັ້ນທາງ ປົກປັກຮັກສາທະເລ”

ງານພົບປະແລກປ່ຽນ “60 ປີແຫ່ງເສັ້ນທາງ ປົກປັກຮັກສາທະເລ” - ảnh 1
(ງານ​ພົບ​ປະ​ແລກປ່ຽນ “60 ປີ​ແຫ່ງ​ເສັ້ນທາງ​ປົກ​ປັກ​ຮັກສາ​ທະ​ເລ”)

​(vovworld) – ຕອນ​ຄໍ່າ​ວັນ​ທີ 04/05, ຢູ່​ທ່າ​ກໍ່າ​ປັ່ນ​ທະຫານ ກາມ​ແຮງ, ຂຶ້ນ​ກັບ​ທະຫານ​ເຮືອ​ເຂດ 4, ກອງ​ບັນຊາ​ການ​ກອງທັບ​ເຮືອ​ຫວຽດນາມ ​ໄດ້​ຈັດ​ງານ​ພົບ​ປະ​ແລກປ່ຽນ​ທີ່​ເປັນ​ມູນ​ເຊື້ອ ດ້ວຍ​ຫົວ​ຂໍ້​ວ່າ “60 ປີ​ແຫ່ງ​ເສັ້ນທາງ​ປົກ​ປັກ​ຮັກສາ​ທະ​ເລ”. ຜ່ານບັນດາ​ເລື່ອງ​ລາວ​ທີ່​ລຽບ​ງ່າຍ, ຕື້ນ​ຕັນ​ໃຈ​ກ່ຽວ​ກັບ​ທະຫານ​ທະ​ເລ ໄດ້ປະກອບສ່ວນວາດພາບກ່ຽວກັບວິວັດ​ການ​ພັດທະນາ​ຂອງ​ກອງທັບ​ເຮືອ​ຫວຽດນາມ ນັບ​ແຕ່​ໄລຍະຕົ້ນແຫ່ງການສ້າງຕັ້ງດ້ວຍກົມກອງເຊັ່ນ: ຂະບວນກໍ່າ​ປັ່ນ​ບໍ່​ມີ​ໝາຍ​ເລກ, ທະຫານນຳພິ​ເສດ​ກອງທັບ​ເຮືອ, ບັ້ນ​ຮົບ​ປົດ​ປ່ອຍ​ໝູ່​ເກາະ​ເຈື່ອງ​ຊາ… ຕະຫຼອດ​ຮອດ​ທະຫານ​ເຮືອ​ຫວຽດນາມ ປະຕິວັດ, ກອງທັບ​ຫຼວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ​ຄື​ປະຈຸ​ບັນ. ງານ​ພົບ​ປະ​ແລກ​ປ່ຽນ​​ແມ່ນນອນ​ໃນ​ບັນດາ​ເຫດການ​ສະ​ເຫຼີມສະຫຼອງ 60 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ກອງທັບ​ເຮືອ​ຫວຽດນາມ (07/05/1955 – 07/05/2015), ຍົກ​ອອກ​ມູນ​ເຊື້ອ​ຂອງ​ກອງທັບ​ເຮືອ​ຫວຽດນາມ ​ໃນ​ຕະຫຼອດ 60 ປີ​ແຫ່ງ​ການ​ຕໍ່ສູ້​ຢ່າງ​ພິລະ​ອາດຫານ, ສະຫຼາດສະຫຼຽວ, ມີຫົວ​ຄິດ​ປະດິດ​ສ້າງ, ​ເປັນ​ເຈົ້າ​​ເຂດ​ທະ​ເລ​, ທັງ​​ແມ່ນ​ຄຳ​​ປະຕິຍານຂອງ​ບັນດາ​ທະຫານ ພວມປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະຂອງ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ