ງານພົບປະແລກປ່ຽນ ”ເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ”

ງານພົບປະແລກປ່ຽນ  ”ເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ” - ảnh 1
(ພາບປະກອບ: caodangytb.edu.vn)

(vovworld)-​ ງານ​ພົບ​ປະ​ແລກ​ປ່ຽນ”ເພື່ອ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີນ” ດຳ​ເນີນ​ໄປ​ຢູ່​ແຂວງ ທາຍ​ບີ່ງ​ໃນ​ວັນ​ທີ 16/10  ເພື່ອ​ເຊື່ອມ​ຕໍ່ຜູ້​ໃຈ​ບຸນ​ໃຈ​ກຸ​ສົນ, ຮ່ວມ​ແ​ຮງ​ຮ່ວມ​ໃຈ​ຊ່ວຍ​ເຫລືອ​ຜູ້​ປ​ະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີນ. ທີ່​ງານ​ພົບ​ປະ​ແລກ​ປ່ຽນ, ມີ 40 ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ ໄດ້​ບໍ​ລິ​ຈາກ​ຈຳ​ນ​ວນ​ເງິນກວ່າ 50 ລ້ານ​ດົ່ງ​ເພື່ອ​ຊ່ວຍ​ເຫລືອ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີນ.
ໃນ​ຊຸມ​ປີ​ຜ່ານ​ມາ, ວົງ​ຄະ​ນາ​ຍາດ​ໄດ້​ຮ່ວມ​ແຮງ​ຮ່ວມ​ໃ​ຈ​ຊ່ວຍ​ເຫລືອ​ຜ​ູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິ​ດ​ສີ​ສົ້ມ​ແຂວງ​ທາຍ​ບີ່ງ ຈຳ​ນ​ວນ​ເງິນກວ່າ 36 ຕື້​ດົ່ງ. ຈາກນັ້ນ ສະ​ມາ​ຄົມ ຜ​ູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິ​ດ​ສີ​ສົ້ມ​ ດີ​ໂອ​ຊີ​ຮ ໄດ້​ຫ​ນູ​ນ​ຊ່ວຍກໍ່​ສ້າງ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ​ໃຫ້​ແກ່ 30 ຄອບ​ຄົວ, ຫ​ນູນ​ຊ່ວຍ​ເປົ້າ​ໝາຍ​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ 60.000 ຄົນ, ມອບ​ລົດ​ເ​ຂັນ, ຈັດ​ຕັ້ງ​ການກວດ​ແລະ ປິ່ນ​ປົວ​ພະ​ຍາດ​ກໍ​ຄື​ແ​ຈກ​ຢາຍ​ຢຸກ​ຢາ​ໂດຍບໍ່​ເສຍ​ຄ່າ​ໃຫ້​ແກ່​ ຜ​ູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິ​ດ​ສີ​ສົ້ມ​. ນອກນັ້ນ ຍັງ​ສອນ​ວິ​ຊາ​ຊີບ, ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່ ຜ​ູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິ​ດ​ສີ​ສົ້ມ​ ແລະ ລູກ​ຫລານ​ຂອງ​ເຂົາ​ເຈົ້າ.
ຂ່າວ/ບົດ​ອື່ນ