ງານພົບປະແລກປ່ຽນມິດຕະພາບຫວຽດນາມ - ລາວຢູ່ອົດສະຕາລີ
(ພາບ: ຫວຽດນາມ+)
(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 54 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 39 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ. ໃນຕອນຄ່ຳວັນທີ 17/07 ຢູ່ນະຄອນຫລວງ Canberra ຂອງ ອົດສະຕາລີ, ສະຖານທູດ ຫວຽດນາມ ແລະ ສະຖານທູດ ລາວ ຈັດຕັ້ງງານພົບປະແລກປ່ຽນ. ພະນັກງານ ພາລະກອນສະຖານທູດ ພ້ອມກັບຜູ້ຕາງໜ້ານັກສຶກສາ 2 ປະເທດ ໄດ້ພົບປະແລກປ່ຽນສິລະປະ ແລະ ຮັບປະທານອາຫານທີ່ມີຊື່ສຽງຂອງ ລາວ ແລະ ຫວຽດນາມ. ກ່າວຄຳເຫັນນະທີ່ນີ້ ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອົດສະຕາລີ ເລືອງແທງຫງີ້ ປາດຖະໜາວ່າ ພວກເພື່ອນນັກສຶກສາ ລາວ ແລະ ຫວຽດນາມ ຢູ່ ອົດສະຕາລີ ຈະສືບຕໍ່ເຮັດໃຫ້ການພົວພັນ 2 ປະເທດນັບມື້ນັບໝັ້ນຄົງ, ນຳມາໃຫ້ຜົນປະໂຫຍດໃຫ້ແກ່ປະຊາຊົນ 2 ປະເທດ.