ງານພົບປະແລກປ່ຽນໄວໜຸ່ມດ່ານັ້ງກັບຊາວໜຸ່ມຫວຽດນາມອາໄສຢູ່ຕ່າງປະເທດເຂົ້າຮ່ວມຄ້າຍພັກແລ້ງຫວຽດນາມ
ງານພົບປະແລກປ່ຽນໄວໜຸ່ມດ່ານັ້ງກັບຊາວໜຸ່ມຫວຽດນາມ
ອາໄສຢູ່ຕ່າງປະເທດເຂົ້າຮ່ວມຄ້າຍພັກແລ້ງຫວຽດນາມ
(ພາບ: congdong)
(vovworld) - ງານພົບປະແລກປ່ຽນໄວໜຸ່ມດ່ານັ້ງ ກັບຊາວໜຸ່ມຫວຽດນາມ ອາໄສຢູ່ຕ່າງປະເທດເຂົ້າຮ່ວມຄ້າຍພັກແລ້ງຫວຽດນາມ 2015, ຖືກດຳເນີນໄປໃນຕອນຄໍ່າວັນທີ 23/07, ຢູ່ສວນສາທາລະນະທະເລຕາເວັນອອກ, ນະຄອນດ່ານັ້ງ. ລາຍການຄ້າຍພັກແລ້ງຫວຽດນາມ 2015 ໂດຍຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ກະຊວງການຕ່າງປະເທດສົມທົບກັນຈັດຕັ້ງ. ມີຊາວໜຸ່ມ, ນັກສຶກສາຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ໄວໜຸ່ມນະຄອນດ່ານັ້ງ ກວ່າ 160 ຄົນ ພ້ອມກັນເຂົ້າຮ່ວມການລະຫຼີ້ນຕ່າງໆສະແດງໃຫ້ເຫັນຄວາມສາມັກຄີ, ສະໜິດຕິດພັນຂອງໄວໜຸ່ມຫວຽດນາມ. ຜ່ານງານພົບປະແລກປ່ຽນ, ບັນດາຊາວໜຸ່ມຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ເຂົ້າໃຈຕື່ມກ່ຽວກັບມະນຸດ ແລະ ບັນດາທັດສະນີຍະພາບຂອງນະຄອນດ່ານັ້ງກວ່າ. ເພື່ອນ ຟ້າມວຽດຮ່າ, ຊາວຫວຽດນາມ ອາໄສຢູ່ສ.ເບລາຣຸດ ໃຫ້ຮູ້ວ່າ.
“ງານພົບປະແລກປ່ຽນລະຫວ່າງບັນດານັກສຶກສາຫວຽດນາມ ອາໄສຢູ່ຕ່າງປະເທດແລະ ນັກສຶກສາ, ຊາວໜຸ່ມບັນດາແຂວງ, ນະຄອນແມ່ນໂອກາດທີ່ດີ. ຜ່ານບັນດາການເຄື່ອນໄຫວຄືແນວນີ້, ພວກນ້ອງຈະມີຄວາມສະໜິດຕິດພັນກັນກວ່າ. ພວກເພື່ອນ ຊາວໜຸ່ມຢູ່ດ່ານັ້ງ ແມ່ນຜູ້ສະໜິດສະໜົມ ແລະ ນະຄອນດ່ານັ້ງ ແມ່ນນະຄອນທີ່ສວຍງາມ.”