ງານມະຫາກຳກິລາອາຊຽນຢູ່ອິນເດຍ

(VOVWORLD) -ວັນທີ 24 ມີນາ, ໃນຖານະຕຳແໜ່ງເປັນປະທານອາຊຽນ ປະຈຳອິນເດຍ, ສະຖານທູດຫວຽດນາມ ໄດ້ຈັດງານມະຫາກຳກິລາອາຊຽນ.

ງານມະຫາກຳກິລາອາຊຽນຢູ່ອິນເດຍ - ảnh 1ງານມະຫາກຳກິລາອາຊຽນຢູ່ອິນເດຍ

(ພາບ: TTXVN)

ເຂົ້າຮ່ວມງານມະຫາກຳກິລາຄັ້ງນີ້ມີພະນັກງານ, ພາລະກອນສະຖານທູດ, ອົງການຕາງໜ້າການທູດບັນດາປະເທດອາຊຽນ ທີ່ມີສຳນັກງານຕັ້ງຢູ່ນະຄອນຫຼວງ New Delhi ປະເທດອິນເດຍ ກວ່າ 100 ຄົນ. ບັນດາເນື້ອໃນເຂົ້າຮ່ວມການແຂ່ງຂັນໃນເຫດການນີ້ລວມມີ: ການແຂ່ງຂັນຕີດອກປີກໄກ່, ປິ່ງປອງ, ດຶງເຊືອກ ແລະ ຕີກອບ.

        ພາຍຫຼັງພິທີເຄົາລົບທຸງອາຊຽນ, ທ່ານເອກອັກຄະລັດຖະທູດຫວຽດນາມ ໂຕນສິງແທ່ງ ໄດ້ມີບົດກ່າວປາໄສຊົມເຊີຍບັນດານັກກິລາເຂົ້າຮ່ວມງານມະຫາກຳກິລາຄັ້ງນີ້, ຖືນີ້ແມ່ນເຫດການເພື່ອເພີ່ມທະວີຄວາມສາມັກຄີລະຫວ່າງບັນດາປະເທດອາຊຽນ ປະຈຳອິນເດຍ ກວ່າອີກ ແລະ ນີ້ກໍ່ແມ່ນໂອກາດເພື່ອໃຫ້ທຸກຄົນຝຶກແອບກິລາເພືອສຸຂະພາບຮ່າງກາຍ, ຮັບໃຊ້ວຽກງານໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ