ງານມະຫາກຳວັດທະນະທຳອາຫານການກິນບັນດາປະເທດອາຊີຕາເວັນອອກສ່ຽງໃຕ້

(VOVWORLD) - ວັນທີ 29 ກັນຍາ, ສະຫະພັນແມ່ຍິງນະຄອນໂຮ່ຈີມິນ ໄດ້ຈັດຕັ້ງງານມະຫາກຳວັດທະນະທຳອາຫານການກິນ ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງອາຊຽນ. 
ງານມະຫາກຳວັດທະນະທຳອາຫານການກິນບັນດາປະເທດອາຊີຕາເວັນອອກສ່ຽງໃຕ້  - ảnh 1 ພາບປະກອບ

ຕາງໜ້າສະຖານກົງສູນໃຫຍ່ບາງປະເທດອາຊຽນ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງ, ແມ່ຍິງນະຄອນ ເຂົ້າຮ່ວມງານດັ່ງກ່າວເປັນຈຳນວນຫຼວງຫຼາຍ. ງານມະຫາກຳມີການເຄື່ອນໄຫວຫຼາຍຢ່າງຄື: ການເສັງຊອກຮູ້ກ່ຽວກັບວັດທະນະທຳອາຫານການກິນບັນດາປະເທດອາຊີຕາເວັນອອກສ່ຽງໃຕ້; ແນະນຳຮູບພາບປະເທດຊາດ, ມະນຸດ, ບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະ; ສະແດງຊຸດອາພອນປະຈຳຊາດຂອງບັນດາປະເທດ…ທ່ານນາງ ຫງວຽນທິບິກງອັກ, ປະທານສະຫະພັນແມ່ຍິງນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ງານມະຫາກຳແມ່ນໂອກາດເພື່ອແນະນຳກ່ຽວກັບປະເທດຊາດ, ປະຊາຊົນບັນດາປະເທດອາຊຽນ ເຖິງແມ່ຍິງ ແລະ ປະຊາຊົນໃນນະຄອນ; ເຊີດຊູຄຸນຄ່າວັດທະນະທຳອາຫານການກິນຂອງຫວຽດນາມ ແລະ ປະເທດຕ່າງໆ; ຜ່ານນັ້ນປະກອບສ່ວນຍົກສູງຄວາມເຂົ້າໃຈຂອງຊາວນະຄອນກ່ຽວກັບມະນຸດ, ປະເພນີ, ວັດທະນະທຳທີ່ເປັນມູນເຊື້ອຂອງບັນດາປະເທດອາຊຽນ, ນຳຮູບພາບປະເທດຊາດ, ມະນຸດ, ປະຊາຄົມອາຊຽນຫຍັບເຂົ້າມໍ່ກັບປະຊາຊົນນະຄອນໂຮ່ຈີມິນກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ