ງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 10
ການປະຊຸມຂ່າວ ຂອງວິທະຍຸກະຈາຍສຽງຫວຽດນາມ
(vovworld) - ງານມະໂຫລານກະຈາຍສຽງທົ່ວປະເທດ ຄັ້ງທີ 10 ໂດຍວິທະຍຸກະຈາຍສຽງຫວຽດນາມ ແລະ ວິທະຍຸກະຈາຍສຽງ - ໂທລະພາບ ຮ່າໂນ້ຍ ສົມທົບກັນຈັດຕັ້ງ ຈະດຳເນີນຢູ່ ຮ່າໂນ້ຍໃນລະຫວ່າງວັນທີ 12 – 15/6/2012. ນີ້ແມ່ນຂໍ້ມູນຂ່າວທີ່ຍົກອອກມາໃນການປະຊຸມຂ່າວຖືກຈັດຕັ້ງໃນຕອນເຊົ້າວັນທີ 11/6 ຢູ່ສູນກະຈາຍສຽງແຫ່ງຊາດ 58 ຖະໜົນ ກວນຊື໋, ຮ່າໂນ້ຍ. ຄະນະຈັດຕັ້ງງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 10 ໃຫ້ຮູ້ວ່າ: ໃນຈຳນວນ 263 ບົດເຂົ້າຮ່ວມການເສັງຂອງ 79 ຫົວໜ່ວຍ, ຜ່ານຮອບຄັດເລືອກ, ແມ່ນເລືອກໄດ້ 193 ບົດເຂົ້າຮອບສຸດທ້າຍ ເນື້ອໃນຂອງບັນດາບົດເສັງ ໄດ້ສ່ອງແສງເຖິງພາລະກິດປ່ຽນໃໝ່ຢ່າງຮອບດ້ານຂອງປະເທດຊາດ ໃນບັນດາຂົງເຂດ ການເມືອງ, ເສດຖະກິດ, ວັດທະນະທຳສັງຄົມ, ປົກປັກຮັກສາຄວາມສະຫງົບຂອງປະເທດຊາດ, ນະໂຍບາຍຊົນເຜົ່າ ແລະ ແນວທາງການຕ່າງປະເທດ, ທ່າອ່ຽງເຊື່ອມໂຍງຂອງປະເທດຊາດໃນໄລຍະໃໝ່.