(vovworld) – ຕອນຄໍ່າວັນທີ 15/01, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບິ່ງມິງ ໄດ້ເຂົ້າຮ່ວມງານລ້ຽງສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ຈີນ (18/01/1950 – 18/01/2015), ໂດຍສະຖານທູດຈີນ ປະຈຳຫວຽດນາມ ຈັດຕັ້ງ.
ກ່າວຄຳເຫັນທີ່ງານລ້ຽງ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຢືນຢັນວ່າ, ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃກກໍ່ຖືເປັນສຳຄັນການຮັກສາ ແລະ ປັບປຸງການພົວພັນຮ່ວມມືມິດຕະພາບກັບຈີນ ໃຫ້ພັດທະນາສະຖຽນລະພາບ, ປອດໄສ ແລະ ໝັ້ນຄົງ. ປະຈຸບັນ, ທັງ 2 ພັກ, 2 ລັດ ຫວຽດນາມ - ຈີນ ລ້ວນແຕ່ຢືນຢູ່ຕໍ່ໜ້າບັນດາກາລະໂອກາດ ແລະ ສິ່ງທ້າທ້າຍໃໝ່ໃນພາລະກິດປ່ຽນໃໝ່ ແລະ ພັດທະນາປະເທດຊາດ, 2 ຝ່າຍລ້ວນແຕ່ຢາກມີສະພາບແວດລ້ອມພາຍນອກແຫ່ງສັນຕິພາບ, ສະຖຽນລະພາບ ແລະ ເພີ່ມທະວີການຮ່ວມມື. ໃນປີ 2015, ເປັນປີສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ, 2 ຝ່າຍຕ້ອງປະຕິບັດບັນດາຂໍ້ຕົກລົງ ແລະ ຄວາມຮັບຮູ້ລວມຂອງການນຳຂັ້ນສູງ 2 ປະເທດ, ຜັນຂະຫຍາຍລາຍການຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ຈີນ ເປັນຢ່າງດີ, ປັບປຸງ ແລະ ພັດທະນາການພົວພັນ 2 ປະເທດໃຫ້ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ຕອບສະໜອງຄວາມມຸ່ງມາດປາດຖະໜາ ແລະ ນຳມາເຊິ່ງຄວາມຜາສຸກໃຫ້ປະຊາຊົນ 2 ປະເທດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຂອງພາກພື້ນ ແລະ ໃນໂລກ.
ທ່ານເອກອັກຄະລັດຖະທູດຈີນ ໂຄງແຊ໋ວຢູງ ຢືນຢັນວ່າ, ຈີນ ຖືການພົວພັນຮ່ວມມືມິດຕະພາບກັບຫວຽດນາມ ເປັນສຳຄັນ, ປາດຖະໜາຢາກພ້ອມກັບຫວຽດນາມ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ບັນລຸບັນດາບາດກ້າວພັດທະນາໃໝ່.
ແລະກໍ່ໃນວັນດຽວກັນ, ຢູ່ປັກກິງ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຈີນ ຫງວຽນວັນເທີ ໄດ້ຈັດງານລ້ຽງສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ຈີນ. ທ່ານກຳມາທິການຄະນະປະຈຳປະຊາຊົນທົ່ວປະເທດຈີນ ຈິ໋ຕິງສຽນ ໄດ້ເຂົ້າຮ່ວມ.