ງານວາງສະແດງ “ຮ່ວາງຊາ, ເຈື່ອງຊາຂອງ ຫວຽດນາມ” ຢູ່ອຽນບ໋າຍ

(VOVWORLD) - ວັນທີ 29 ກັນຍາ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ອຽນບ໋າຍ ຈັດຕັ້ງງານວາງສະແດງແຜນທີ່ ແລະ ວັດຖຸເອກະສານ “ຮ່ວາງຊາ, ເຈື່ອງຊາ ຂອງ ຫວຽດນາມ -  ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ອຽນບ໋າຍ. 

ງານວາງສະແດງ “ຮ່ວາງຊາ, ເຈື່ອງຊາຂອງ ຫວຽດນາມ” ຢູ່ອຽນບ໋າຍ - ảnh 1 ບັນດາຜູ້ຊົມທີ່ງານວາງສະແດງ

(ພາບ: nongnghiep.vn)

ຜ່ານງານວາງສະແດງວັດຖຸເອກະສານ, ຮູບພາບ, ທີ່ມີຊີວິດຊີວາຊ່ວຍໃຫ້ປະຊາຊົນ ອຽນບ໋າຍ ທຸກຊັ້ນວັນນະ ໄດ້ເຂົ້າໃຈຕື່ມອີກກ່ຽວກັບອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ. ນ້ອງ ຮ່ວາງກິ່ງຮວາ, ນັກຮຽນ ໂຮງຮຽນ ກິນນອນຊົນເຜົ່າແຂວງ ອຽນບ໋າຍ, ໃຫ້ຮູ້ວ່າ:

        “ພາຍຫຼັງງານວາງສະແດງມື້ນີ້, ນ້ອງມີຄວາມເຂົ້າໃຈຕື່ມອີກກ່ຽວກັບປະຫວັດສາດຂອງຊາດ, ພິເສດແມ່ນກ່ຽວກັບໝູ່ເກາະ 2 ແຫ່ງ ຮ່ວາງຊາ ແລະ ເຈື່ອງຊາ. ພາຍຫຼັງງານວາງສະແດງ, ນ້ອງຈະໂຄສະນາເຖິງໝູ່ເພື່ອນໃນໂຮງຮຽນ, ຍາດຕິພີ່ນ້ອງຂອງຕົນໃຫ້ມີຄວາມຮັກຕໍ່ຮ່ວາງຊາ ແລະ ເຈື່ອງຊາ, ເຂົ້າໃຈຕື່ມອີກກ່ຽວກັບບັນດາພະຍານຫຼັກຖານປະຫວັດສາດຂອງ ຫວຽດນາມ ສຳລັບໝູ່ເກາະ 2 ແຫ່ງດັ່ງກ່າວ.”

 

ຕອບກັບ

ຂ່າວ/ບົດ​ອື່ນ