ງານວາງສະແດງ “ຮ່າໂນ້ຍ: ບັນດາຈຸດເວລາປະຫວັດສາດຂອງເດືອນຕຸລາ 1954”
(VOVWORLD) - ວັນທີ 03 ຕຸລາ, ງານວາງສະແດງດ້ວຍຫົວຂໍ້ວ່າ “ຮ່າໂນ້ຍ: ບັນດາຈຸດເວລາປະຫວັດສາດຂອງເດືອນຕຸລາ 1954” ໂດຍສູນອະນຸລັກຮັກສາມໍລະດົກ ແທງລອງ - ຮ່າໂນ້ຍ ຈັດຕັ້ງ ໄດ້ດໍາເນີນໄປຢູ່ພະລາຊະວັງ ແທັງລອງ - ຮ່າໂນ້ຍ.
ແຂກເລາະຊົມຮູບສາລະຄະດີ ທີ່ງານວາງສະແດງ (ພາບ:Thanh Tùng/TTXVN) |
ງານວາງສະແດງໄດ້ວາງສະແດງ ຕາມ 03 ເນື້ອໃນຄື: ບັນດາກອງທະຫານກັບຄືນເມືອຢຶດອໍານາດການປົກຄອງນະຄອນຫຼວງຈາກພວກລ່າເມືອງຂຶ້ນຝລັ່ງ, ພິທີເຄົາລົບທຸງໄຊຊະນະ ເມື່ອວັນທີ 10 ຕຸລາ 1954 ແລະ ບັນດາຄວາມຊົງຈໍາປະຫວັດສາດ.
ຜ່ານຮູບພາບ, ເອກະສານທີ່ພົ້ນເດັ່ນ 60 ຢ່າງ, ງານວາງສະແດງໄດ້ແນະນໍາບັນດາຈຸດເວລາປະຫວັດສາດ ກ່ຽວກັບເຫດການບັນດາກອງທະຫານລຸງໂຮ່, ບັນດານັກຮົບກອງພັນໃຫຍ່ນະຄອນ ກັບຄືນເມືອຢຶດອໍານາດນະຄອນຮ່າໂນ້ຍ ໃນວັນທີ 10 ຕຸລາ 1954. ພິເສດແມ່ນຮູບຖ່າຍພິທີເຄົາລົບທຸງໄຊຊະນະທີ່ສະໜາມກິລາ ໂກດເກີ ໃນວັນທີ 10 ຕຸລາ 1954, ດ້ວຍການເຂົ້າຮ່ວມຂອງບັນດາກົມກອງທະຫານປະຊາຊົນ ແລະ ການຕ່າງປະເທດ.