ງານວາງສະແດງ “ຮ່າໂນ້ຍ-ເຫ້ວ-ໄຊງ່ອນ: ມູນເຊື້ອ ແລະ ການພັດທະນາ”

(VOVWORLD) -ຄົມ. ບັນດາເອກະສານ, ວັດຖຸພັນທີ່ໄດ້ນຳມາວາງສະແດງທີ່ງານວາງສະແດງຄັ້ງນີ້ ໄດ້ວາດພາບບັນດາຄຸນຄ່າດີເດັ່ນກ່ຽວກັບມູນເຊື້ອປະຫວັດສາດ, ມໍລະດົກວັດທະນະທຳ, ຜົນງານທາງດ້ານເສດຖະກິດ, ສັງຄົມຂອງ 3 ນະຄອນ

ງານວາງສະແດງ “ຮ່າໂນ້ຍ-ເຫ້ວ-ໄຊງ່ອນ: ມູນເຊື້ອ ແລະ ການພັດທະນາ” - ảnh 1 ໄຂງານວາງສະແດງ “ຮ່າໂນ້ຍ-ເຫ້ວ-ໄຊງ່ອນ: ມູນເຊື້ອ ແລະ ການພັດທະນາ”

(ພາບ: kinhtedothi.vn)

ຕອນເຊົ້າວັນທີ 05 ຕຸລາ, ງານວາງສະແດງ “ຮ່າໂນ້ຍ-ເຫ້ວ-ໄຊງ່ອນ: ມູນເຊື້ອ ແລະ ການພັດທະນາ” ຖືກໄຂຂຶ້ນຢູ່ເຂດປູຊະນີຍະສະຖານ ວັນມ໊ຽວ-ກ໊ວກຕືຢ໊າມ (ຮ່າໂນ້ຍ). ເຫດການໂດຍພະແນກວັດທະນະທຳ ແລະ ກິລາຮ່າໂນ້ຍ ຈັດຕັ້ງ ເນື່ອງໃນໂອກາດສະເຫຼີມສະຫຼອງ 1010 ປີແຫ່ງວັນ ທັງລອງ - ຮ່າໂນ້ຍ, 60 ປີແຫ່ງວັນແຮກສ່ຽວ ຮ່າໂນ້ຍ - ເຫ້ວ - ໄຊ່ງ່ອນ, 66 ປີແຫ່ງວັນປົດປ່ອຍນະຄອນຫຼວງຮ່າໂນ້ຍ.

        ງານວາງສະແດງໄດ້ແນະນຳຕໍ່ມວນຊົນພາບຖ່າຍ, ເອກະສານ 300 ຢ່າງ, ໄດ້ແບ່ງເປັນ 3 ຫົວເລື່ອງລວມມີ: ຮ່າໂນ້ຍ - ມໍລະດົກວັດທະນະທຳ, ຜົນງານທາງດ້ານເສດຖະກິດ, ສັງຄົມ; ເທື່ອທຽນເຫ້ວ - ມໍລະດົກວັດທະນະທຳ, ຜົນງານທາງດ້ານເສດຖະກິດ, ສັງຄົມ; ນະຄອນໂຮ່ຈີມິນ - ມໍລະດົກວັດທະນະທຳ, ຜົນງານທາງດ້ານເສດຖະກິດ, ສັງຄົມ. ບັນດາເອກະສານ, ວັດຖຸພັນທີ່ໄດ້ນຳມາວາງສະແດງທີ່ງານວາງສະແດງຄັ້ງນີ້ ໄດ້ວາດພາບບັນດາຄຸນຄ່າດີເດັ່ນກ່ຽວກັບມູນເຊື້ອປະຫວັດສາດ, ມໍລະດົກວັດທະນະທຳ, ຜົນງານທາງດ້ານເສດຖະກິດ, ສັງຄົມຂອງ 3 ນະຄອນ, ສະແດງໃຫ້ເຫັນຄວາມສາມັກຄີ, ຄວາມສະໜິດຕິດພັນ, ຊ່ວຍໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວມີຄວາມເຂົ້າໃຈ ແລະ ມີຄວາມຮັກຕໍ່ຮ່າໂນ້ຍ - ເຫ້ວ - ໄຊ່ຊ່ອນ ຕື່ມອີກ.

        ງານວາງສະແດງຈະເປີດປະຕູຮອດວັນທີ 15 ຕຸລາ 2020 ຈຶ່ງຈະອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ