ງານວາງສະແດງດ້ວຍຫົວຂໍ້ “ວັດທະນະທຳ ເຍືອງທາງໃຫ້ປະຊາຊົນກ້າວເດີນໄປ”
(VOVWORLD) -ນັບແຕ່ວັນທີ 16 ພະຈິກ ຫາວັນທີ 27 ພະຈິກ, ຢູ່ສູນວາງສະແດງວັດທະນະທຳ, ສິລະປະ ຫວຽດນາມ (ເຮືອນເລກທີ 2, ຮວາລື, ເມືອງ ຮາຍບ່າຈຶງ, ຮ່າໂນ້ຍ) ຈະດຳເນີນງານວາງສະແດງດ້ວຍຫົວຂໍ້ “ວັດທະນະທຳ ເຍືອງທາງໃຫ້ປະຊາຊົນກ້າວເດີນໄປ”.
ງານວາງສະແດງດັ່ງກ່າວ ໂດຍ ຄະນະໂຄສະນາສຶກສາສູນກາງ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສົມທົບກັນຈັດຕັ້ງຂຶ້ນ.
ພາບ ປະທານ ໂຮ່ຈີມິນ ຢູ່ທີ່ງານວາງສະແດງ |
ດ້ວຍຮູບພາບ 320 ແຜ່ນ ແລະ ເອກະສານ, ວັດຖຸພັນທີ່ຫາຍາກກວ່າ 123 ຢ່າງ, ງານວາງສະແດງຄັ້ງນີ້ໄດ້ສຸມໃສ່ບັນດາເນື້ອໃນຫຼັກໆ, ເຊິ່ງລວມມີ: ຮູບຖ່າຍກ່ຽວກັບວັດທະນະທຳ ຫວຽດນາມ ໄລຍະກ່ອນປີ 1930; ປະທານໂຮ່ຈີມິນ ກັບພາລະກິດແຫ່ງການພັດທະນາວັດທະນະທຳ ຫວຽດນາມ; ການນຳພັກ, ລັດ ກັບພາລະກິດແຫ່ງການພັດທະນາວັດທະນະທຳ; ວັດທະນະທຳ ຫວຽດນາມ ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ; ວັດທະນະທຳ ຫວຽດນາມ ໃນວິວັດການເຊື່ອມໂຍງ ແລະ ພັດທະນາປະເທດຊາດ; ການອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກວັດທະນະທຳຂອງຊາດ… ບັນດາຮູບພາບເຫຼົ່ານັ້ນ ອີກຄັ້ງໜຶ່ງຢັ້ງຢືນວ່າ ຊາດ ຫວຽດນາມ ມີມູນເຊື້ອປະຫວັດສາດອັນຍາວນານ, ມີສາງມໍລະດົກວັດທະນະທຳທີ່ຫຼາກຫຼາຍສີສັນ ແລະ ອຸດົມສົມບູນ./.
Ngoc Anh