ງານວາງສະແດງພາບຖ່າຍແລະຮູບເງົາສາລະຄະດີ-ເອກະສານໃນປະຊາຄົມອາຊຽນ

(VOVWORLD) -ຕອນຄ່ຳວັນທີ 23 ພະຈິກ, ຢູ່ສູນວັດທະນະທຳແຂວງຮ່ວາບິ່ງ ໄດ້ໄຂງານວາງສະແດງພາບຖ່າຍ ແລະ ຮູບເງົາສາລະຄະດີ - ເອກະສານໃນປະຊາຄົມອາຊຽນ.

ງານວາງສະແດງພາບຖ່າຍແລະຮູບເງົາສາລະຄະດີ-ເອກະສານໃນປະຊາຄົມອາຊຽນ - ảnh 1 ງານວາງສະແດງພາບຖ່າຍແລະຮູບເງົາສາລະຄະດີ-ເອກະສານໃນປະຊາຄົມອາຊຽນ

(ພາບ: baohoabinh.com.vn)

ງານວາງສະແດງໄດ້ແນະນຳເຖິງຜູ້ຊົມຮູບຖ່າຍກວ່າ 300 ແຜ່ນ ແລະ ຮູບເງົາສາລະຄະດີ - ເອກະສານທີໄດ້ຮັບລາງວັນເກືອບ 60 ເລື່ອງ, ທີ່ໄດ້ເຂົ້າຮອບປະກວດສຸດທ້າຍໃນງານມະໂຫລານສາກົນພາບຖ່າຍ ແລະ ຮູບເງົາສາລະຄະດີ - ເອກະສານ ກ່ຽວກັບປະເທດຊາດ, ປະຊາຊົນໃນປະຊາຄົມອາຊຽນ ປີ 2010 (ເຊິ່ງແມ່ນປີຫວຽດນາມ ເປັນປະທານອາຊຽນ), ງານມະໂຫລານພາບຖ່າຍ ແລະ ຮູບເງົາສາລະຄະດີ - ເອກະສານກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດໃນປະຊາຄົມອາຊຽນ ປີ 2013… ບັນດາພາບຖ່າຍ, ຮູບເງົາສາລະຄະດີ - ເອກະສານ ໄດ້ສ່ອງແສງຫຼາຍຫົວຂໍ້ທີ່ອຸດົມສົມບູນຄື: ຄວາມງາມຂອງປະເທດຊາດ, ປະຊາຊົນ, ວັດທະນະທຳ, ວັດທະນະທຳທີ່ເປັນມູນເຊື້ອຂອງບັນດາປະເທດອາຊຽນ… ງານວາງສະແດງຈະດຳເນີນຮອດວັນທີ 28 ພະຈິກ.

ຕອບກັບ

ຂ່າວ/ບົດ​ອື່ນ