ງານວາງສະແດງພາບຖ່າຍແລະຮູບເງົາສາລະຄະດີ-ເອກະສານໃນປະຊາຄົມອາຊຽນຢູ່ຫວຽດນາມ

(VOVWORLD) -ຕອນຄ່ຳວັນທີ 16 ພະຈິກ, ຢູ່ສູນວັດທະນະທຳແຂວງ ນິງທ້ວນ, ໄດ້ດຳເນີນພິທີໄຂງານວາງສະແດງພາບຖ່າຍ ແລະ ຮູບເງົາສາລະຄະດີ - ເອກະສານໃນປະຊາຄົມອາຊຽນ ຢູ່ຫວຽດນາມ. ງານວາງສະແດງໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນແຂວງນິງທ້ວນ ຈັດຕັ້ງ.

ງານວາງສະແດງພາບຖ່າຍແລະຮູບເງົາສາລະຄະດີ-ເອກະສານໃນປະຊາຄົມອາຊຽນຢູ່ຫວຽດນາມ - ảnh 1 ງານວາງສະແດງພາບຖ່າຍແລະຮູບເງົາສາລະຄະດີ-ເອກະສານໃນປະຊາຄົມອາຊຽນຢູ່ຫວຽດນາມ

(ພາບ: TTXVN)

ງານວາງສະແດງໄດ້ແນະນຳເຖິງຜູ້ຊົມພາບຖ່າຍກວ່າ 300 ແຜ່ນ ແລະ ເກືອບ 60 ຮູບເງົາສາລະຄະດີ - ເອກະສານ ທີ່ໄດ້ລອດເຂົ້າຮອບຊິງຊະນະເລີດຂອງງານປະກວດພາບຖ່າຍ ແລະ ເງົາສາລະຄະດີ - ເອກະສານ ກ່ຽວກັບປະເທດຊາດ, ມະນຸດໃນປະຊາຄົມອາຊຽນ ເມື່ອປີ 2010 (ປີຫວຽດນາມ ເປັນປະທານອາຊຽນ), ງານປະກວດພາບຖ່າຍ ແລະ ຮູບເງົາສາລະຄະດີ - ເອກະສານ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດໃນປະຊາຄົມອາຊຽນ ເມື່ອປີ 2013, ພາບຖ່າຍ ແລະ ຮູບເງົາສາລະຄະດີ - ເອກະສານ ກ່ຽວກັບບັນດາເຜົ່າໃນປະຊາຄົມອາຊຽນ ເມື່ອປີ 2015, ໂດຍ ກະຊວງຖະແຫຼງຂ່າວ ແລະ ສື່ສານ ຈັດຕັ້ງ.

        ບັນດາພາບຖ່າຍ ແລະ ຮູບເງົາສາລະຄະດີ - ເອກະສານ ທີ່ງານວາງສະແດງໄດ້ສ່ອງແສງໃຫ້ເຫັນຄວາມງາມຂອງປະເທດຊາດ, ມະນຸດຂອງບັນດາປະເທດອາຊຽນ, ວັດທະນະທຳທີ່ເປັນມູນເຊື້ອຂອງບັນດາປະເທດອາຊຽນ, ປົກປັກຮັກສາສິ່ງແວດລ້ອມ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ບັນດາເຜົ່າໃນປະຊາຄົມອາຊຽນ… 

ຕອບກັບ

ຂ່າວ/ບົດ​ອື່ນ