ງານວາງສະແດງວິຈິດສິນ“ດອກບົວ”ຢູ່ຮ່າໂນ້ຍ

ງານວາງສະແດງວິຈິດສິນ“ດອກບົວ”ຢູ່ຮ່າໂນ້ຍ - ảnh 1
(ມີພາບ​ສີ​ນ້ຳ​​ມັນ ແລະ ສີ​ຂັດ​ມັນ 42 ພາບ)

(vovworld) - ​​ງານ​ວາງ​ສະ​ແດງ​ວິ​ຈິ​ດ​ສິນ “ດອກ​ບົວ” ໂດຍ​ຄະ​ນະ​ຄຸ້ມ​ຄອງ​ຄຸ້ມ​ຖະ​ໜົນ​ເກົ່າ​ຮ່າ​ໂນ້ຍ ສົມ​ທົບ​ກັບ​ກຸ່ມ​​ຈິດ​ຕະ​ກອນ​ສັງ​ກັດ​ສູນ UNESCO ວິ​ຈ​ິດ​ສິນ​ຮ່າ​ໂນ້ຍ ຈັດ​ຕັ້ງ, ຖືກ​ໄຂ​ຂຶ້ນໃນ​ຕອນ​ບ່າຍ​ວັນ​ທີ 12/05, ຢູ່​ຮ່າ​ໂນ​້ຍ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 126 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈິ​ມິນ (19/05/1890 – 19/05/2016). ດ້ວຍ​​ຈຸດ​ປະ​ສົງ​ເຊີດ​ຊູ​ຄວາມ​ງາມ​ຂອງດອກ​ບົວ, ເຊິ່ງ​ແມ່ນ​ດອກ​ໄມ​້​​ທີ່ສະ​ໜິດ​ ຕິດ​ພັນ​ກັບ​ຮູບ​ພາບ​ປະ​ທານ​ໂຮ່​ຈິ​ມິນ, ມີພາບ​ສີ​ນ້ຳ​​ມັນ ແລະ ສີ​ຂັດ​ມັນ 42 ພາບ​ໄດ້​ນຳ​ມາວາງ​ສະ​ແດງ​ໃນ​ຄັ້ງ​ນີ້. ທ່ານ​ຮອງ​ສາດ​ສະ​ດາ​ຈານ, ປະ​ລິ​ຍາ​ເອກ ຫງວຽນ​ວັນ​ຮຸຍ, ຮອງ​ຫົວ​ໜ້າ​ສູນ​ຄົ້ນ​ຄວ້າ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​​ຄຸນ​ຄ່າ​ວັດ​ທະ​ນະ​ທຳ, ໃຫ້​ຮູ້​ວ່າ.

        “ຂ້າ​ພະ​ເຈົ້າ​ໄດ້​ຊົມ​ບັນ​ດາ​​ພາບ​ແຕ້​ມ​ກ່ຽວ​ກັບ​ດອກ​ບົວຢູ່​ທີ່​ນີ້, ຂ້າ​ພະ​ເຈົ້າ​ເຫັ​ນ​ວ່າ​​ອຸ​ດົມ​ສົມ​ບຸນ​ທີ່​ສຸດ. ບັນ​ດາ​ພາບ​ແຕ້ມ​ໄດ້​ສະ​ແດງ​ໃຫ້​ເຫັນ​​ຄວາມ​ຮູ້​ສຶ​ກອາ​ລົມ​ຈິດຂອງ​ບັນ​ດາ​​ຈິດ​ຕະ​ກອ​ນ​ສຳ​ລັບ​ດອກ​ບົວ ແລະ ​ສິ​ລະ​ປະການ​ແຕ້ມ​ຂອງ​ແຕ່​ລະ​ຄົນ​ທີ່​ສະ​ແດງ​ອອກ​ຜ່ານ​ພາບ​ແຕ້ມ​ກ​ໍ່ມີ​ລັກ​ສະ​ນະເລິກ​ເຊິ່ງ, ວາດ​ພາບ​​ໃຫ້​ເຫັນຄວາມ​ງາມຂອງດອກ​ບົວ. ບັນ​ດາ​ພາບ​ແຕ້ມ​ກ່ຽວ​ກັບ​ດອກ​ບົວ​ນີ້ ໄດ້​ເຮັດ​ໃຫ້​ຜູ້​ຊົມ​ມີ​​ຄວາມ​ຮູ້​ສຶກ​ຫຼາຍ​ຢ່າງ, ພິ​ເສດ​ແມ່ນ​ຊາວ​ຫ​ວ​ຽດ​ນາມ ຍາມ​ໃດ​ກໍ່​ຕິດ​ພັນ​ກັບ​ຮູບ​ພາບດອກ​ບົວ​ກັບ​ປະ​ທານ​ໂຮ່​ຈິ​ມິນ.”

        ງານ​ວາງ​ສະ​ແດງ​ຖືກ​ດຳ​ເນີນ​ຮອດ​ວັນ​ທີ 30/05 ຈຶ່​ງ​ຈະ​ອັດ​ລົງ.

ຂ່າວ/ບົດ​ອື່ນ