ງານວາງສະແດງສາກົນຄັ້ງທຳອິດກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງຫວຽດນາມ

(VOVWORLD) -ງານວາງສະແດງສາກົນກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງຫວຽດນາມ 2021 (VIIE 2021) ຈະດຳເນີນໃນລະຫວ່າງວັນທີ 09 – 10 ມັງກອນ, ຢູ່ຮ່າໂນ້ຍ.

ງານວາງສະແດງສາກົນຄັ້ງທຳອິດກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງຫວຽດນາມ - ảnh 1ງານວາງສະແດງ VIIE 2021 ຈະດຳເນີນໃນລະຫວ່າງວັນທີ 09 – 10 ມັງກອນ

(ພາບ: baotintuc.vn)

ນີ້ແມ່ນງານວາງສະແດງຄັ້ງທຳອິດກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງ, ໂດຍກະຊວງແຜນການ ແລະ ການລົງທຶນເປັນເຈົ້າພາບຈັດຕັ້ງ.

        ງານວາງສະແດງໄດ້ແນະນຳ, ສະເໜີບັນດາມາດຕະການແກ້ໄຂ, ແນວຄິດ, ຜະລິດຕະພັນເຕັກໂນໂລຊີປ່ຽນແປງໃໝ່ປະດິດຄິດສ້າງທີ່ມາຈາກບັນດາລະບົບຊີວະພາບປ່ຽນແປງໃໝ່ປະດິດຄິດສ້າງຄື: ມາດຕະການເຕັກໂນໂລຊີໃນຂົງເຂດຕົວເມືອງ, ໂຮງງານອັດສະລິຍະ, ເຕັກໂນໂລຊີ… ດ້ວຍຮ້ານວາງສະແດງປະມານ 150 ຮ້ານ. ທ່ານ ເຈິ່ນຢຸຍດົງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ, ໃຫ້ຮູ້ວ່າ.

        “ການປ່ຽນໃໝ່ປະດິດຄິດສ້າງ ແມ່ນກາລະໂອກາດເພື່ອໃຫ້ພວກເຮົາມີມາດຕະການປ່ຽນແປງໃໝ່ທາງດ້ານເຕັກໂນໂລຊີ, ຮູບແບບການຄຸ້ມຄອງ, ດຳເນີນທຸລະກິດ ເພື່ອແນໃສ່ຍົກສູງກຳລັງແກ່ງແຍ້ງ ແລະ ມູນຄ່າວິສາຫະກິດ. ຜົນກະທົບຂອງການປ່ຽນແປງໃໝ່ປະດິດຄິດສ້າງເຖິງພື້ນຖານເສດຖະກິດ, ວິສາຫະກິດແຕ່ລະແຫ່ງ ສາມາດວັດແທກໄດ້ຜ່ານດັດຊະນີທາງດ້ານລາຍຮັບ, ຜົນກຳໄລ ແລະ ການເສຍອາກອນ, ສ້າງວຽກເຮັດງານທຳ.”

ຕອບກັບ

ຂ່າວ/ບົດ​ອື່ນ