ງານວາງສະແດງຮູບຖ່າຍກ່ຽວກັບທະເລ, ໝູ່ເກາະ ແລະ ນັກຮົບກອງທັບເຮືອ

(VOVWORLD) - ວັນທີ 20 ມິຖຸນາ, ຢູ່ສູນວັດທະນະທຳແຂວງ ໄຕນິງ, ຄະນະພັກແຂວງ ໄຕນິງ ໄດ້ສົມທົບກັບຄະນະພັກເຫຼົາທັບເຮືອ ຫວຽດນາມ
ງານວາງສະແດງຮູບຖ່າຍກ່ຽວກັບທະເລ, ໝູ່ເກາະ ແລະ ນັກຮົບກອງທັບເຮືອ - ảnh 1 ງານວາງສະແດງຮູບຖ່າຍກ່ຽວກັບທະເລ, ໝູ່ເກາະ ແລະ ນັກຮົບກອງທັບເຮືອ (ພາບ: TTXVN)

ຈັດຕັ້ງງານວາງສະແດງຮູບຖ່າຍກ່ຽວກັບທະເລ, ໝູ່ເກາະ ແລະ ນັກຮົບກອງທັບເຮືອ ດ້ວຍຫົວຂໍ້ວ່າ “ໄຕນິງ ຮ່ວມແຮງຮ່ວມໃຈກໍ່ສ້າງ ແລະ ປົກປັກຮັກສາອຳນາດອະທິປະໄຕຊາຍແດນ - ທະເລ, ໝູ່ເກາະຂອງປະເທດຊາດ”.

        ງານວາງສະແດງຮູບຖ່າຍກ່ຽວກັບທະເລ, ໝູ່ເກາະ ແລະ ນັກຮົບກອງທັບເຮືອທີ່ຈັດຕັ້ງຢູ່ ໄຕນິງ ໃນຄັ້ງນີ້ ໄດ້ແນະນຳຮູບຖ່າຍ, ເອກະສານ, ແຜ່ນທີ່, ຮູບຈຳລອງ 150 ຢ່າງ ສຸມໃສ່ສະແດງຜ່ານເນື້ອໃນຕ່າງໆຄື: ກອງທັບເຮືອ ຫວຽດນາມ; ທີ່ຕັ້ງ, ບົດບາດ, ຄວາມສຳຄັນຂອງເຂດທະເລ ຫວຽດນາມ ໃນພາລະກິດສ້າງສາ ແລະ ປົດປັກຮັກສາປະເທດຊາດ; ມູນເຊື້ອວິລະຊົນຂອງກອງທັບເຮືອປະຊາຊົນ ຫວຽດນາມ…ງານວາງສະແດງຮູບຖ່າຍກ່ຽວກັບທະເລ, ໝູ່ເກາະ ແລະ ນັກຮົບກອງທັບເຮືອ ຈະເປີດປະຕູຈົນຮອດວັນທີ 22 ມິຖຸນາ ຈຶ່ງອັດລົງຢູ່ສູນວັດທະນະທຳແຂວງ ໄຕນິງ.

ຕອບກັບ

ຂ່າວ/ບົດ​ອື່ນ