(vovworld) - ງານວາງສະແດງຮູບຖ່າຍດ້ວຍຫົວຂໍ້ວ່າ “ນ້ຳໃຈມິດຕະພາບຫວຽດນາມ - ລາວ - ກຳປູເຈຍ” ໄດ້ໄຂຂຶ້ນໃນວັນທີ 22/11, ຢູ່ສູນວັດທະນະທຳແຂວງ ບິ່ງເຟື໋ອກ. ນີ້ແມ່ນເຫດການໃຫຍ່ໃນຂອບເຂດການເຄື່ອນໄຫວສະເຫຼີມສະຫຼອງປີແຫ່ງຄວາມມິດຕະພາບຫວຽດນາມ - ລາວ - ກຳປູເຈຍ. ດ້ວຍຮູບພາບກວ່າ 140 ແຜນ ຖືກແບ່ງອອກເປັນ 4 ໝວດຕົ້ນຕໍ່ນັ້ນໄດ້ສະແດງໃຫ້ເຫັນວິວັດການສ້າງຕັ້ງ ແລະ ພັດທະນາສາຍພົວພັນມິດຕະພາບຂອງ 3 ປະເທດອິນດູຈີນ ນັບແຕ່ຕົ້ນສະຕະວັດທີ 20 ມາຮອດປະຈຸບັນ, ສາຍພົວພັນລະຫວ່າງແຂວງ ບິ່ງເຟື໋ອກ ແລະ ບັນດາແຂວງອ້ອມຂ້າງຂອງ3 ປະເທດຫວຽດນາມ - ລາວ ແລະ ກຳປູເຈຍ. ຜ່ານງາມວາງສະແດງ, ຜູ້ຊົມຈະມີທັດສະນະສັງລວມກ່ຽວກັບວິວັດການສ້າງສາ ແລະ ພັດທະນາສາຍພົວພັນມິດຕະພາບລະຫວ່າງ 3 ປະເທດ ໃນຕະຫຼອດ 45 ປີຜ່ານມາ, ບັນດາຄຸນຄ່າດ້ານວັດທະນະທຳ, ວັດທະນະທຳມະນຸດ ຜ່ານສາຍພົວພັນມິດຕະພາບ, ຄວາມສາມັກຄີເຊິ່ງ 3 ພັກ, ລັດ ແລະ ປະຊາຊົນ 3 ປະເທດໄດ້ກໍ່ຕັ້ງ ແລະ ບັນລຸໄດ້. ງານວາງສະແດງຈະອັດລົງໃນວັນທີ 30/11.