ງານວາງສະແດງຮູບພາບ,ວັດຖຸພັນກ່ຽວກັບປະທານໂຮ່ຈີມິນກັບນຳ້ໃຈມິດຕະພາບຫວຽດ-ຝຣັ່ງ

ງານວາງສະແດງຮູບພາບ,ວັດຖຸພັນກ່ຽວກັບປະທານໂຮ່ຈີມິນກັບນຳ້ໃຈມິດຕະພາບຫວຽດ-ຝຣັ່ງ - ảnh 1
ງານວາງສະແດງຮູບພາບ,ວັດຖຸພັນກ່ຽວກັບ
ປະທານໂຮ່ຈີມິນກັບນຳ້ໃຈມິດຕະພາບຫວຽດ-ຝຣັ່ງ
(ພາບ: TTXVN)

(vovworld) – ​ ​ງານ​ວາງ​ສະ​ແດງ “ປະ​ທານ​ໂຮ່​ຈີ​ມິນ ກັບ​ນ້ຳ​ໃຈ​ມິດ​ຕະ​ພາບ ຫວຽດ-ຝ​ຣັ່ງ” ໄຂ​ຂື້ນ ​ໃນຕອນ​ເຊົ້າ​ ວັນ​ທີ 18/8, ຢູ່​ພິ​ພິ​ທະ​ພັນ​ໂຮ່​ຈີ​ມິນ, ຮ່າ​ໂນ້ຍ, ເນື່ອງ​ໃນ​ໂອ​ກາດ​ ສະ​ເຫຼີມ​ສະຫຼອງ 70 ປີ ​ແຫ່ງວັນປະ​ທານ​ໂຮ່​ຈີ​ມິນ ຢ້ຽມ​ຢາມ​ ສາ​ທາລະ​ນະ​ລັດຝ​ຣັ່ງ ຢ່າງ​ເປັນ​ທາງກ​ານ (1946-2016) ແລະ 71 ປີ​ແຫ່ງການ​ປະ​ຕິ​ວັດ​ເດືອນ​ສິງ​ຫາປະ​ສົບ​ຜົນ​ສຳ​ເລັດ ​ (1945-2016). ​ໃນ​ງານ​ວາງ​ສະ​ແດງນີ້​ໄດ້ວາງ​ສະ​ແດງຮູບ​ພາບ, ວັດ​ຖຸ​ພັນ ເກືອບ 200 ຢ່າງ ​ຖືກ​ແບ່ງ​ເປັນ 4 ເນື້ອ​ໃນຫຼັກ ຄື: ປະ​ທານ​ໂຮ່​ຈີ​ມິນ​ ໃນ​ຊຸ​ມມື້​ທຳ​ອິດຊອກ​ຫາ​ເສັ້ນ​ທາງ​ກູ້​ຊາດ, ການຕໍ່ສູ້​​​ໃຫ້​ແກ່​ບັນ​ດາ​ການ​ພົວ​ພັນ​ສະ​ເໜີ​ພາບ ລະ​ຫວ່າງ ສອງ​ປະ​ເທດ ຫວຽດ-ຝ​ຣັ່ງ; ປະ​ທານ​ໂຮ່​ຈີ​ມິນ ຢ້ຽມ​ຢາມ ປະ​ເທດ​ຝ​ຣັ່ງ​ ຢ່າງ​ເປັນ​ທາງ​ການ ປີ 1946 ກໍ່​ຕັ້ງ​ການ​ພົວ​ພັນ ລະ​ຫວ່າງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ຫວຽດ​ນາມ-ສາ​ທາ​ລະ​ນະ ຝ​ຣັ່ງ​; ປະ​ທານ​ໂຮ່​ຈີ​ມິນ​ ກັບ​ການ​ສ້າງ​ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ ລະ​ຫວ່າງ ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ-ຝ​ຣັ່ງ ເພື່ອສັນ​ຕິ​ພາບ ແລະ ຕ້ານສົງ​ຄາມ​ຮຸກ​ຮານ (1946-1975) ແລະ ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ ຫວຽດນາມ-ຝ​ຣັ່ງ  ຕາມແນວ​ຄິດປະ​ທານ​ໂຮ່​ຈີ​ມິນ ໃນ​​ໄລ​ຍະ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ. ງານ​ວາງ​ສະ​ແດງ​ຈະ​ດຳ​ເນີນ​ເຖິງ​ຕົ້ນ​ເດືອນ 12/2016.

ຂ່າວ/ບົດ​ອື່ນ