ງານວາງສະແດງ“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດແລະນິຕິກຳ”ຢູ່ແຂວງຫວູງຟຸກ

ງານວາງສະແດງ“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດແລະນິຕິກຳ”ຢູ່ແຂວງຫວູງຟຸກ - ảnh 1
ການມອບເອກະສານໃຫ້ແຂວງ ຫວີງຟຸກ
(ພາບ: infonet.vn)

(vovworld) – ງານວາງສະ​ແດງ​ແຜນ​ທີ່ ​ແລະ ​ເອກະສານ “ຮ່ວາງ​ຊາ, ​ເຈື່ອງ​ຊາ​ຂອງ ຫວຽດນາມ - ບັນດາ​ພະຍານ​ຫຼັກ​ຖານ​ປະ​ຫວັດ​ສາດ ​ແລະ ນິຕິ​ກຳ” ພວມ​ດຳ​ເນີນ​ຢູ່​​ໂຮງ​ລະຄອນ​ແຂວງ ຫວີງຟຸກ. ງານ​ວາງສະ​ແດງ​ໄດ້​ແນະນຳ​ຮູບ​ຖ່າຍ, ​ແຜນ​ທີ່, ປ້າຍ​ໂຄສະນາ, ພ້ອມ​ກັບ​ເອກະສານ​ລຳ້​ຄ່າ​ຫຼາຍ​ຢ່າງທີ່ຢັ້ງຢືນ​ອະທິປະ​ໄຕ​ທະ​ເລ,​ເກາະ​ຂອງ ຫວຽດນາມ ສຳລັບໝູ່​ເກາະ 2 ​ແຫ່ງ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ, ​ໃນ​ນັ້ນ​ມີ​ບາງ​ວັດຖຸ​ພັນ​ຂອງ​ລາດ​ຊະ​ວົງ ຫງວຽນ ​ໄດ້​ນຳ​ມາ​ວາງສະ​ແດງ. ຄຽງ​ຄູ່​ກັນ​ນັ້ນ, ຍັງ​ມີ​ຫຼາຍ​ພະຍານ​ຫຼັກ​ຖານ​ດ້ານ​ປະ​ຫວັດ​ສາດ ​ແລະ ນິຕິ​ກຳ​ອື່ນໆ​ຄື: ຮ່ວາງ​ຊາ, ​ເຈື່ອງ​ຊາ ຕາມ​ແຜນ​ທີ່​ເດີມ​ຂອງ ຫວຽດນາມ, ຮ່ວາງ​ຊາ, ​ເຈື່ອງ​ຊາ ຕາມ​ແຜນ​ທີ່​ຂອງ​ຝ່າຍ​ຕາ​ເວັນ​ຕົກ… ພິ​ເສດ, ສິ່ງ​ໃໝ່​ອ່ຽ​ມ​ໃນ​ງານ​ວາງສະ​ແດງ​ຄັ້ງ​ນີ້​ແມ່ນ​ສະ​ແຕມ​ນັບ​ສິບ​ຊຸດຂອງ ຫວຽດນາມ ຜ່ານ​ສະ​ໄໝ​ຕ່າງໆ, ກໍ່​ຄື​ບັນດາ​ໄລຍະ​ປະ​ຫວັດ​ສາດ​ຂອງ ຫວຽດນາມ ກໍ່​ຖືກ​ນຳ​ມາ​ວາງສະ​ແດງ… ຜ່ານ​ງານ​ວາງສະ​ແດງ, ປະຊາຊົນ​ຈະ​ມີ​ຄວາມ​ເຂົ້າ​ໃຈ​ລະອຽດ​ກ່ວາ​ນັ້ນ​ແມ່ນທະ​ເລ, ໝູ່​ເກາະ​ ຫວຽດນາມ ​ແມ່ນ​ພາກສ່ວນ​ທີ່​ສັກກະ​ລະ​ບູຊາ, ບໍ່​ສາມາດ​ຕັດ​​ແຍກ​ອອກ​ຈາກ​ປະ​ເທດ​ ຫວຽດນາມ ​ໄດ້, ມີ​ທີ່​ຕັ້ງ​ບົດບາດ​ສຳຄັນ​ພິ​ເສດ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ພ້ອມ​ທັງ​ຢັ້ງຢືນ​ອະທິປະ​ໄຕ​ຂອງ ຫວຽດນາມ ສຳລັບ ​ຮ່ວາງ​ຊາ, ​ເຈື່ອງ​ຊາ​ຂອງ ຫວຽດນາມ ຜ່ານ​ບັນດາ​ເອກະສານ​ປະຫວັດສາດ. ງານ​ວາງສະ​ແດງ​ເປີດ​ປະ​ຕູ​ຮອດ​ວັນ​ທີ 6/6.

 


ຂ່າວ/ບົດ​ອື່ນ