ພິທີໄຂງານວາງສະແດງ
(vovworld) – ວັນທີ 22/4, ຢູ່ນະຄອນ ໝີທໍ, ກະຊວງຖະແຫຼງຂ່າວ ແລະ ສື່ສານໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ຕ່ຽນຢາງຈັດຕັ້ງງານວາງສະແດງແຜນທີ່ ແລະ ວັດຖຸເອກະສານ “ຮ່ວາງຊາ, ເຈື່ອງຊາຂອງ ຫວຽດນາມ - ບັນດາຫຼັກຖານປະຫວັດສາດ ແລະ ນິຕິກຳ”. ກ່າວຄຳເຫັນໄຂງານວາງສະແດງ, ທ່ານຟ້າມຮົ່ງຫາຍ, ລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງການ ແລະ ສື່ສານ ເນັ້ນໜັກວ່າ: ງານວາງສະແດງແຜນທີ່ ແລະ ວັດຖຸເອກະສານກ່ຽວກັບ ຮ່ວາງຊາ, ເຈື່ອງຊາ ແມ່ນການເຄື່ອນໄຫວໂຄສະນາດ້ານສື່ສານທີ່ສຳຄັນ, ເພື່ອປະກອບສ່ວນຍົກສູງສະຕິ, ນຳ້ໃຈສາມັກຄີ, ສະຕິຄວາມຮັບຜິດຊອບຂອງປະຊາຊົນຢູ່ພາຍໃນປະເທດ, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ພິເສດແມ່ນຊາວໜຸ່ມໃນການປົກປັກຮັກສາ ແລະ ຢັ້ງຢືນອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ຜ່ານບັນດາເອກະສານປະຫວັດສາດໄດ້ຮັບການປະກາດ. ທ່ານສາດສະດາຈານ, ດຣ ຫງວຽນກວາງງອກ, ປະທານສະພາວິທະຍາສາດ - ປະຫວັດສາດ ຫວຽດນາມ, ໃຫ້ຮູ້ວ່າ:
“ພາລະກິດຕໍ່ສູ້ເພື່ອປົກປັກຮັກສາອະທິປະໄຕແຫ່ງຊາດ, ຜືນແຜ່ນດິນແມ່ນຄວາມຮັບຜິດຊອບ ແລະ ເປັນວຽກງານລວມຂອງທົ່ວປວງຊົນ. ສຳລັບໄວໜຸ່ມແມ່ນຄວາມຮັບຜິດຊອບສູງສຸດຍ້ອນເຂົາເຈົ້າແມ່ນຜູ້ປະຕິບັດວຽກງານໂດຍກົງດ້ວຍບັນດາວຽກງານລະອຽດ. ງານວາງສະແດງນີ້ແມ່ນເງື່ອນໄຂທີ່ດີເພື່ອໃຫ້ໄວໜຸ່ມໄປກວດກາ, ຕິດຕາມກວດກາເພື່ອຍົກສູງຄວາມໄວ້ເນື້ອເຊື່ອໃຈ, ກຳລັງຂອງຕົນ, ໝູນໃຊ້ໃນການຕໍ່ສູ້ປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງຊາດ.”