ງານວາງສະແດງເອກະສານປະຫວັດສາດກ່ຽວກັບຮ່ວາງຊາ,ເຈື່ອງຊາຢູ່ກວາງຈິ້
ງານວາງສະແດງເອກະສານປະຫວັດສາດ
ກ່ຽວກັບຮ່ວາງຊາ,ເຈື່ອງຊາຢູ່ກວາງຈິ້
(ພາບ: tuoitre.vn)
(vovworld) - ຕອນເຊົ້າວັນທີ 11/06, ຢູ່ແຂວງກວາງຈິ້, ໄດ້ໄຂງານວາງສະແດງແຜນທີ່ ແລະ ເອກະສານ “ຮ່ວາງຊາ, ເຈື່ອງຊາ ຂອງຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິກຳ”. ງານວາງສະແດງໄດ້ແນະນຳບັນດາຮູບພາບ, ເອກະສານອັນລ້ຳຄ້າກ່ຽວກັບ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ. ໃນນັ້ນມີບັນດາເອກະສານໂດຍສະໄໝສັກດີນາຫວຽດນາມ ປະກາດໃຊ້ນັບແຕ່ສະຕະວັດທີ 17 ຮອດຕົ້ນສະຕະວັດທີ 20, ຢືນຢັນວ່າ ຫວຽດນາມ ສ້າງຕັ້ງ ແລະ ປະຕິບັດອະທິປະໄຕຢ່າງລ້ຽນຕິດສຳລັບ 2 ໝູ່ເກາະດັ່ງກ່າວ. ທ່ານ ເຈືອງມິງຕວນ, ລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼ່ງຂ່າວ ແລະ ສື່ສານຫວຽດນາມ ໃຫ້ຮູ້ວ່າ.
“ການວາງສະແດງແຜນທີ່, ເອກະສານຄັ້ງນີ້ ໄດ້ຢືນຢັນອີກຄັ້ງໜຶ່ງກ່ຽວກັບການຄຸ້ມຄອງຢ່າງລ້ຽນຕິດຂອງບັນດາລັດຫວຽດນາມ ນັບແຕ່ຮ້ອຍປີມານີ້ສຳລັບ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ. ບັນດາເອກະສານດ້ວຍພາສາຈີນ, ຫວຽດເດີມ, ບັນດາແຜນທີ່ເອກະສານ, ນັບທັງແຜນທີ່ຂອງຈີນ ກໍ່ຄືຂອງຝ່າຍຕາເວັນຕົກ ລ້ວນແຕ່ຢັ້ງຢືນໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ແມ່ນຂອງຫວຽດນາມ, ໃນນັ້ນຢືນຢັນວ່າ ນ່ານທະເລຕອນສຸດທ້າຍຂອງຈີນ ແມ່ນຮອດເກາະ ໄຮໜານ. ນີ້ແມ່ນພະຍານຫຼັດຖານເພື່ອໃຫ້ພວກເຮົາເຫັນໄດ້ວ່າ, ບັນດາຖະແຫຼງກ່ຽວກັບເສັ້ນລິ້ນງົວທີ່ໄຮ້ເຫດຜົນຂອງຈີນ ແມ່ນບໍ່ມີຫຼັກຖານ”.