ງານວາງສະແດງແຜນທີ່,ເອກະສານຢືນຢັນອະທິປະໄຕຮ່ວາງຊາ,ເຈື່ອງຊາຢູ່ກວາງນາມ
ຜູ້ທ່ຽວຊົມຢູ່ງານວາງສະແດງ
(ພາບ: Đo Truong/TTXVN)
(vovworld) – ທີ່ເມືອງ ຖັງບີ່ງ, ແຂວງ ກວາງນາມ, ພວມດຳເນີນງານວາງສະແດງແຜນທີ່ ແລະ ເອກະສານດ້ວຍຫົວຂໍ້ວ່າ: “ຮ່ວາງຊາ, ເຈື່ອງຊາ ຂອງ ຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດ ແລະ ພື້ນຖານນິຕິທຳ”. ບັນດາ ແຜນທີ່, ເອກະສານ, ສິ່ງພິມທີ່ໄດ້ນຳມາວາງສະແດງຢູ່ງານວາງສະແດງຄັ້ງນີ້ ແມ່ນບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ ທີ່ເກັບມາໄດ້ຢູ່ ຫວຽດນາມ ແລະ ບັນດາປະເທດໃນໂລກ, ໃນນັ້ນມີ ຈີນ. ບັນດາຮູບພາບເອກະສານຢູ່ງານວາງສະແດງຄັ້ງນີ້ໄດ້ຢືນຢັນຫຼັກໝັ້ນເປັນທຳຂອງ ຫວຽດນາມ, ຍົກສູງນ້ຳໃຈສາມັກຄີ, ສະຕິຄວາມຮັບຜິດຊອບຂອງປະຊາຊົນທັງຢູ່ພາຍໃນປະເທດ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃນວິວັດການປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະ; ຊ່ວຍເພື່ອນມິດສາກົນ, ໃນນັ້ນມີປະຊາຊົນ ຈີນ ເຂົ້າໃຈກ່ຽວກັບຄວາມຈິງໃນປະຫວັດສາດ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ຫວຽດ ນາມ ໃນເລື່ອງຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ ແລະ ໃນພາກພື້ນ ເພື່ອພັດທະນາປະເທດຊາດ.