ງານວາງສະແດງແຜນທີ່ແລະເອກະສານຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ
(ພາບປະກອບຈາກ Lan Anh/TTXVN)
|
(vovworld) - ງານວາງສະແດງແຜນທີ່ ແລະ ເອກະສານ “ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິກຳ“ຖືກຈັດຂຶ້ນແຕ່ວັນທີ 26-28/4 ຢູ່ແຂວງນິງບິ່ງ, ໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ຈັດຕັ້ງ. ງານວາງສະແດງແນະນຳ 100 ແຜນທີ່ ພ້ອມກັບເອກະສານ, ວັດຖຸພັນຂອງບັນດານັກຄົ້ນຄ້ວາ, ນັກຮຽນຮູ້ທັງພາຍໃນ ແລະ ສາກົນ. ພິເສດງານວາງສະແດງໄດ້ແນະນຳເອກະສານໂດຍສະໄໝສັກດີນາຫວຽດນາມ, ອຳນາດການປົກຄອງຝລັ່ງ ຢູ່ອິນດູຈີນ ປະກາດໃຊ້ແຕ່ສະຕະວັດທີ 17 - ຕົ້ນສະຕະວັດທີ 20, ບັນດາເອກະສານແຕ່ສະໄໝລາດຊະວົງ ຫງວຽນ ທີ່ກຳນົດອະທິປະໄຕໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາແຕ່ປີ 1802-1945. ບັນດາສື່ສິ່ງພຶມໂດຍບັນດາປະເທດຝ່າຍຕາເວັນຕົກຮຽບຮຽງ, ຈຳໜ່າຍແຕ່ສະຕະວັດທີ 18-19 ທີ່ກ່ຽວຂ້ອງເຖິງອະທິປະໄຕຂອງຫວຽດນາມ ຢູ່ສອງໝູ່ເກາະດັ່ງກ່າວ. ງານວາງສະແດງປະກອບສ່ວນຍົກສູງຄວາມຮັບຮູ້, ນຳ້ໃຈສາມັກຄີ, ສະຕິຄວາມຮັບຜິດຊອບຂອງປະຊາຊົນພາຍໃນປະເທດ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນການປົກປັກຮັກສາ ແລະ ຢືນຢັນອະທິປະໄຕຂອງຫວຽດນາມ ທີ່ມີຕໍ່ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ.