ງານວາງສະແດງໂຄສະນາກ່ຽວກັບສອງໝູ່ເກາະຮວ່າງຊາ,ເຈື່ອງຊາແມ່ນຂອງຫວຽດນາມ

(VOVWORLD) - ວັນທີ 7 ສິງຫາ, ຢູ່ສູນວັດທະນະທຳ ເມືອງຮ່າມທ້ວນນາມ, ພະແນກຖະແຫຼງຂ່າວ ແລະ ສື່ສານ ແຂວງບິ່ງທ້ວນ ໄດ້ຈັດຕັ້ງງານວາງສະແດງແຜນທີ່ ແລະ ວາງສະແດງເອກະສານ, ວັດຖຸພັນ “ ຮວ່າງຊາ, ເຈື່ອງຊາ ຂອງຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ ”. 
ງານວາງສະແດງໂຄສະນາກ່ຽວກັບສອງໝູ່ເກາະຮວ່າງຊາ,ເຈື່ອງຊາແມ່ນຂອງຫວຽດນາມ - ảnh 1 ງານວາງສະແດງດຶງດູດຜູ້ຊົມເປັນຈຳນວນຫຼວງຫຼາຍ

ງານວາງສະແດງ ໄດ້ສະແດງ ແລະ ແນະນຳແຜນທີ່ເກືອບ 100 ແຜ່ນ,  atlas ທີ່ໄດ້ຮັບການຄັດເລືອກມາຈາກແຜນທີ່ກວ່າ 260 ແຜ່ນ ທີ່ກ່ຽວຂ້ອງເຖິງບັນຫາອະທິປະໄຕຂອງຫວຽດນາມ ສຳລັບ ສອງໝູ່ເກາະຮວ່າງຊາ ແລະ ເຈື່ອງຊາ. ເອກະສານ, ວັດຖຸພັນຫຼາຍຢ່າງທີ່ໄດ້ຄັດເລືອກມາວາງສະແດງໃນຄັ້ງນີ້ ແມ່ນບັນດາພະຍານຫຼັກຖານທີ່ໜັກແໜ້ນ ກ່ຽວກັບອະທິປະໄຕ ທີ່ບໍ່ສາມາດຖົກຖຽງໄດ້ຂອງຫວຽດນາມ ສຳລັບສອງໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ. ຄຽງຂ້າງນັ້ນ, ງານວາງສະແດງຍັງໄດ້ແນະນຳສື່ສິ່ງພິມ, ເອກະສານ ແລະ ບັນດາກິດຈະກຳຄົ້ນຄວ້າຂອງບັນດານັກຮຽນຮູ້ຫວຽດນາມ ແລະ ສາກົນພິມຈຳໜ່າຍຢູ່ທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບອະທິປະໄຕເຂດທະເລ, ໝູ່ເກາະຂອງຫວຽດນາມ.

ງານວາງສະແດງຈະສິ້ນສຸດລົງໃນ ວັນທີ 10 ສິງຫາ.

ຕອບກັບ

ຂ່າວ/ບົດ​ອື່ນ