ງານສະແດງດົນຕີຂອງຕຳຫຼວດບັນດາປະເທດ ອາຊຽນ+ ປີ 2022

(VOVWORLD) - ງານສະແດງດົນຕີຂອງຕຳຫຼວດບັນດາປະເທດ ອາຊຽນ+ ປີ 2022 ແມ່ນເຫດການດົນຕີພິເສດດ້ວຍຫົວຂໍ້ແມ່ນການຍ້ອງຍໍນ້ຳໃຈຮັກແພງບ້ານເກີດເມືອງນອນ, ປະເທດຊາດ, ມູນເຊື້ອກຳລັງຕຳຫຼວດປະຊາຊົນ...
ງານສະແດງດົນຕີຂອງຕຳຫຼວດບັນດາປະເທດ ອາຊຽນ+ ປີ 2022 - ảnh 1ການເດີນຂະບວນຂອງຕຳຫຼວດເຄື່ອນທີ່
(ພາບ:Trọng Phú/VOV)

ໂດຍສະເຫຼີມສະຫຼອງ 60 ປີແຫ່ງວັນມູນເຊື້ອກຳລັງຕຳຫຼວດປະຊາຊົນ ຫວຽດນາມ (20/7/1962 – 20/7/2022), ຕອນເຊົ້າວັນທີ 9 ກໍລະກົດ, ຢູ່ເຂດໜອງ ຮ່ວານກ໊ຽມ, ນະຄອນຫຼວງຮ່າໂນ້ຍ, ກະຊວງຕຳຫຼວດ ຫວຽດນາມ ໄດ້ຈັດງານສະແດງດົນຕີຕຳຫຼວດບັນດາປະເທດ ອາຊຽນ+ ປີ 2022. ເຂົ້າຮ່ວມງານດັ່ງກ່າວ ມີທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ພ້ອມກັບຜູ້ຕາງໜ້າສະຖານທູດບັນດາປະເທດເຂົ້າຮ່ວມ.

ກ່າວຄຳເຫັນໄຂງານສະແດງດົນຕີ, ພົນຕີ ຫງວຽນຢຸຍງອັກ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ເນັ້ນໜັກວ່າ: ງານສະແດງດົນຕີຂອງຕຳຫຼວດບັນດາປະເທດ ອາຊຽນ+ ປີ 2022 ແມ່ນເຫດການດົນຕີພິເສດດ້ວຍຫົວຂໍ້ແມ່ນການຍ້ອງຍໍນ້ຳໃຈຮັກແພງບ້ານເກີດເມືອງນອນ, ປະເທດຊາດ, ມູນເຊື້ອກຳລັງຕຳຫຼວດປະຊາຊົນ, ຕຳຫຼວດປະຊາຊົນ ຫວຽດນາມ ແລະ ບັນດາປະເທດ ສະມາຊິກ ອາຊຽນ:

“ງານສະແດງດົນຕີຂອງຕຳຫຼວດບັນດາປະເທດ ອາຊຽນ+ ປີ 2022 ໄດ້ປະກອບສ່ວນຍົກສູງວັດທະນະທຳ, ສິລະປະ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນກ່ຽວກັບສີສັນວັດທະນະທຳຂອງປະເທດຊາດ, ປະຊາຊົນ, ວິວັດການເຕີບໃຫຍ່ຂະຫຍາຍຕົວຂອງກຳລັງຕຳຫຼວດ ຫວຽດນາມ ແລະ ຕຳຫຼວດປະເທດຕ່າງໆ. ຫວັງວ່າ, ງານສະແດງດົນຕີນີ້ຈະແມ່ນໂອກາດເພື່ອແນະນຳ, ໂຄສະນາພາບພົດ, ປະເທດຊາດ, ປະຊາຊົນ ຫວຽດນາມ ທີ່ຮັກແພງແຂກຄົນ ກັບເພື່ອນມິດສາກົນ, ເພີ່ມທະວີການພົວພັນຮ່ວມມືລະຫວ່າງຕຳຫຼວດ ຫວຽດນາມ ໃຫ້ຕຳຫຼວດປະເທດຕ່າງໆ, ຢັ້ງຢືນປະເທດ ຫວຽດນາມ, ນະຄອນຫຼວງ ຮ່າໂນ້ຍ ທີ່ສວຍງາມ ແລະ ຕຳຫຼວດ ຫວຽດນາມ ກຽມພ້ອມເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈ, ເປັນສະມາຊິກມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.”

ຕອບກັບ

ຂ່າວ/ບົດ​ອື່ນ