ຈັດ “ງານມະໂຫລານດົນຕີເອີລົບ“ 2015 ຢູ່ຫວຽດນາມ
(ຫົວໜ້າຄະນະຜູ້ຕາງໜ້າສະຫະພາບເອີລົບປະຈຳ
ຫວຽດນາມ Nruno Angeletທີ່ການປະຊຸມຂ່າວ)
(vovworld) - “ງານມະໂຫລານດົນຕີເອີລົບ“ 2015 ຢູ່ຫວຽດນາມ ຈະດຳເນີນຢູ່ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນໃນລະຫວ່າງວັນທີ 18-29/11. ນີ້ແມ່ນເຫດການໃນຂອບເຂດການເຄື່ອນໄຫວສະເຫຼີມສະຫຼອງ 25 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ອີຢູ. ທີ່ການປະຊຸມຂ່າວໃນຕອນເຊົ້າວັນທີ 10/11, ຢູ່ຮ່າໂນ້ຍ, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າສະຫະພາບເອີລົບປະຈຳຫວຽດນາມ Nruno Angelet ໃຫ້ຮູ້ວ່າ, ງານມະໂຫລານດົນຕີເອີລົບ ຄັ້ງນີ້ ແນະນຳເຖິງມະຫາຊົນຫວຽດນາມ ລາຍການສະແດງທີ່ເປັນເອກະລັກສະເພາະຂອງບັນດານັກສິລະປິນທີ່ມາຈາກ ອົດຕະລິດ, ບຣຸກແຊນ, ແບນຊິກ, ເຊັກໂກ, ເຢັຍລະມັນ, ຮຸງກາລີ, ໂປໂລຍ, ຊູແອດ ແລະ ວົງດົນຕີຫວຽດນາມ.