ການປະຊຸມຂ່າວນັດສາມັນຂອງລັດຖະບານ
ພາບ:internet
|
(vovworld) - ຕອນບ່າຍວັນທີ 1/4, ຫ້ອງວ່າການລັດຖະບານ ໄດ້ຈັດການປະຊຸມຂ່າວນັດສາມັນ ພາຍຫລັງສິ້ນສຸດກອງ ປະຊຸມປະຈຳເດືອນ 3 ຂອງລັດຖະບານ. ທີ່ການປະຊຸມຂ່າວ, ທ່ານ Vu Duc Dam ລັດຖະມົນຕີ, ຫົວຫນ້າຫ້ອງວ່າການລັດຖະບານ ໃຫ້ຮູ້ວ່າ: ໃນເດືອນ 3 ແລະ 3 ເດືອນຕົ້ນປີ 2012, ບັນດາກະຊວງຂະແຫນງການຜັນຂະຫຍາຍບັນດາມະຕິກ່ຽວກັບການພັດທະນາເສດຖະກິດສັງຄົມຂອງສູນກາງຢ່າງເຂັ້ມງວດ ແລະ ບັນລຸໝາກຜົນອັນຕັ້ງຫນ້າ. ລາຄາໃນທ້ອງຕະຫລາດເປັນປົກກະຕິ, ດັດຊະນີລາຄາໃຊ້ສອຍໃນເດືອນ 3 ພຽງເພີ່ມຂຶ້ນ 0,16 % ຊຶ່ງແມ່ນລະດັບເພີ່ມຕ່ຳສຸດເມື່ອທຽບກັບໄລຍະດຽວກັນຂອງຊຸມປີຜ່ານມາ. ວົງເງິນສົ່ງອອກຂອງ ຫວຽດນາມ ໃນ 3 ເດືອນຜ່ານມາບັນລຸ 24, 5 ຕື້ USD ເພີ່ມຂຶ້ນ 26,6% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ນີ້ແມ່ນໝາກຜົນດີພໍສົມຄວນໃນສະພາບເສດຖະກິດໂລກຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ. ເຖິງຢ່າງໃດກໍຕາມ, ລະດັບຈະເລີນເຕີບໂຕ GDP ໃນໄຕມາດ 1/2012 ຂອງຫວຽດນາມ ແມ່ນຕ່ຳກວ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ການຜະລິດອຸດສາຫະກຳ, ປຸງແຕ່ງ ປະສົບກັບຄວາມຫຍຸ້ງຍາກຍ້ອນລາຍຈ່າຍສົ້ນເຂົ້າສູງ, ການຈຳຫນ່າຍຊັກຊ້າ, ມີວິສາຫະກິດຫລາຍແຫ່ງຕ້ອງຢຸດຕິການຜະລິດ ຫລືລົ້ມລະລາຍ. ທ່ານ Vu Duc Dam ລັດຖະມົນຕີ, ຫົວຫນ້າຫ້ອງວ່າການລັດຖະບານ ຢືນຢັນວ່າ:
“ກ່ຽວກັບເລື່ອງວິສາຫະກິດຫລາຍແຫ່ງຢຸດຕິການຜະລິດ ແລະ ລົ້ມລະລາຍ ກໍສ່ອງແສງໃຫ້ເຫັນສະພາບການຜະລິດແມ່ນປະສົບກັບຄວາມຫຍຸ້ງຍາກ, ພິເສດ ບັນດາວິສາຫະກິດຂະຫນາດກາງ ແລະ ນ້ອຍ. ເຖິງຢ່າງໃດກໍຕາມ, ວິສາຫະກິດຢູ່ຫວຽດນາມ ສ່ວນຫລາຍແມ່ນມີຂອບຂະຫນາດນ້ອຍ ສະນັ້ນ ຈຳນວນວິສາຫະກິດຂະຫນາດນ້ອຍລົ້ມລະລາຍ ກໍ່ບໍ່ສົ່ງຜົນສະທ້ອນເຖິງຄົນງານປານໃດ.”
Vu Duc Dam ລັດຖະມົນຕີ, ຫົວຫນ້າຫ້ອງວ່າການລັດຖະບານ ກໍເນັ້ນຫນັກເຖິງຫນ້າທີ່ຂອງບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນ ໃນໄລຍະຈະມາເຖິງຕ້ອງສຸມໃສ່ແກ້ໄຂຄວາມຫຍຸ້ງຍາກເພື່ອໃຫ້ວິສາຫະກິດຮັກສາ ແລະ ພັດທະນາການຜະລິດດຳເນີນທຸລະກິດ, ແກ້ໄຂວຽກງານງານທຳໃຫ້ແກ່ຄົນງານ.