ຈັດການເຄື່ອນໄຫວ ຫຼາຍຢ່າງສະເຫຼີມສະຫຼອງ “ວັນວັດທະນະທຳບັນດາ ເຜົ່າຫວຽດນາມ”

ຈັດການເຄື່ອນໄຫວ ຫຼາຍຢ່າງສະເຫຼີມສະຫຼອງ “ວັນວັດທະນະທຳບັນດາ ເຜົ່າຫວຽດນາມ” - ảnh 1
​ກອງ​ປະຊຸມ​ສຳ​ມະ​ນາ​ຕີ​ລາຄາ 5 ປີ​ແຫ່ງ​ການ​ປະຕິບັດ​
ຂໍ້​ຕົກລົງ​ຂອງ​ນາຍົກລັດ​ຖະມົນຕີກ່ຽວ​ກັບວັນ​ວັດທະນະທຳ​ບັນດາ​ເຜົ່າ​ຫວຽດນາ
(ພາບ: baomoi.com)


(vovworld) - ບັນດາການ​ເຄື່ອນ​ໄຫວສະ​ເຫຼີ​ມສະຫຼອງ “ວັນ​ວັດທະນະທຳ​ບັນດາ​ເຜົ່າ​ຫວຽດນາມ” ຈະ​ຖືກດຳ​ເນີນ​ແຕ່​ວັນ​ທີ 15 – 24/04 ຢູ່​ບ້ານ​ວັດທະນະທຳ - ທ່ອງ​ທ່ຽວ​ບັນດາ​ເຜົ່າ​ຫວຽດນາມ. ນີ້​ແມ່ນ​ບັນດາ​ເຫດການ​ເພື່ອ​ແນ​ໃສ່​ປະກອບສ່ວນ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາດ, ພ້ອມ​ທັງ​ແມ່ນ​ໂອກາດ​ເພື່ອ​ໂຄສະນາ, ​ແນະນຳ​ບ້ານ​ວັດທະນະທຳ, ທ່ອງ​ທ່ຽວ​ບັນດາ​ເຜົ່າ​ຫວຽດນາມ, ພາບ​ພົດ ​ແລະ ຊາວ​ຫວຽດນາມ ​​ໃຫ້​ແກ່​ແຂກທ່​ອງທ່ຽວ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດຮັບ​ຊາບ.

        ກ່ຽວ​ກັບ​ຈຸດ​ໃໝ່​ຂອງ​ການ​ເຄື່ອນ​ໄຫວ​ຕອບ​ສະໜອງ​ວັນ​ວັດທະນະທຳ​ບັນດາ​ເຜົ່າ​ຫວຽດນາມ ປີ 2014. ທ່ານ ​ເລີມ​ວັນ​ຂາງ, ຮອງ​ຫົວໜ້າ​ຄະນະ​ຄຸ້ມ​ຄອງ​ບ້ານ​ວັດທະນະທຳ - ທ່ອງ​ທ່ຽວ​ບັນດາ​ເຜົ່າ​ຫວຽດນາມ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ.

        “ປີ 2014 ນີ້, ພວກ​ຂ້າພະ​ເຈົ້າ​ຈະ​​ໂຄສະນາ​ບັນດາ​ຈຸດ​ວັດທະນະທຳ​ກ່ຽວ​ກັບ​ອາຫານ​ການ​ກິນ​ສະ​ເພາະ​ຂອງ 3 ພາກ. ຈຸດ​ພົ້ນ​ເດັ່ນ​ແມ່ນ​ບັນດາ​​ເຍື່ອງອາຫານຊົນ​ເຜົ່າ​ທີ່​​ເປັນ​ເອກະລັກ​ສະ​ເພາະພິ​ເສດ​ຂອງ​ບາງ​ຊົນ​ເຜົ່າ. ​ໃນຕະຫຼອດ​ 6 ມື້, ຈະ​ມີ 3 – 4 ລາຍການ​ສະ​ແດງ​ເພື່ອ​ໃຫ້​ພໍ່​ແມ່​ປະຊາຊົນ​ບັນດາ​ເຜົ່າ​​ແນະນຳບັນດາ​ເຍື່ອງ​ອາຫານ​ຂອງ​ຕົນ​​ໃຫ້ແຂກ​ທ່ອງ​ທ່ຽວ”.

        ​ເນື່ອງ​ໃນ​ໂອກາດ​ນີ້, ກະຊວງ​ວັດທະນະທຳ​, ກິລາ ​ແລະ ທ່ອງ​ທ່ຽວ ​​ໄດ້​ສົມທົບ​ກັບບ້ານ​ວັດທະນະທຳ - ທ່ອງ​ທ່ຽວ​ບັນດາ​ເຜົ່າ​ຫວຽດນາມ ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ຕີ​ລາຄາ 5 ປີ​ແຫ່ງ​ການ​ປະຕິບັດ​ຂໍ້​ຕົກລົງ​ຂອງ​ນາຍົກລັດ​ຖະມົນຕີກ່ຽວ​ກັບວັນ​ວັດທະນະທຳ​ບັນດາ​ເຜົ່າ​ຫວຽດນາມ, ວາດ​ພາບ​ເຖິງ​ບຸນປີ​ໃໝ່ Chool Chnam Thmay ຖືກ​ຕາມ​ຮີດຄອງ​ປະ​ເພນີ, ການ​​ເຫຼື້ອມ​ໄສສາສະໜາ​ພຸດ​ຂະ​ແມ​ທາງ​ພາກ​ໃຕ້​ຫວຽດນາມ.

ຂ່າວ/ບົດ​ອື່ນ