ຈັດການ​ເຄື່ອນ​ໄຫວ​​ຫລາຍ​ຢ່າງ​ທີ່ມີ​ຄວາມ​ໝາຍ​ເພື່ອ​ໜູນ​ຊ່ວຍ​ສະ​ມາ​ຊິກ​ກຳ​ມະ​ບານ, ​ຄົນ​ງານ​ຕ້ອນ​ຮັບ​ບຸນ​ເຕັດ

(VOVWORLD) - ເນື່ອງໃນໂອກາດບຸນປີໃຫມ່ ປະຈຳຊາດ ປີມະໂລງ 2024, ບັນດາທ້ອງຖິ່ນ, ຫົວໜ່ວຍຈັດການເຄື່ອນໄຫວຫລາຍຢ່າງທີ່ມີຄວາມໝາຍສະຫງວນໃຫ້ແກ່ຄອບຄົວນະໂຍບາຍ, ສະມາຊິກກຳມະບານ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ.

ຈັດການ​ເຄື່ອນ​ໄຫວ​​ຫລາຍ​ຢ່າງ​ທີ່ມີ​ຄວາມ​ໝາຍ​ເພື່ອ​ໜູນ​ຊ່ວຍ​ສະ​ມາ​ຊິກ​ກຳ​ມະ​ບານ, ​ຄົນ​ງານ​ຕ້ອນ​ຮັບ​ບຸນ​ເຕັດ - ảnh 1ລາຍການ “ບຸນເຕັດແຫ່ງການເຕົ້າໂຮມ - ລະດູບານໃໝ່ແບ່ງປັນ” ປີ 2024 (ພາບ: TTXVN)

ວັນທີ 3 ກຸມພາ, ຢູ່ເມືອງ ເຈົ້າແທັງ, ຄະນະສະມາຊິກສະພາແຫ່ງຊາດ ແຂວງ ເບນແຈ ໄດ້ສົມທົບກັບສະຫະພັນແຮງງານແຂວງ ຈັດລາຍການ “ບຸນເຕັດແຫ່ງການເຕົ້າໂຮມ - ລະດູບານໃໝ່ແບ່ງປັນ” ປີ 2024. ທີ່ລາຍການ, ຄະນະຈັດຕັ້ງໄດ້ມອບຂອງຂວັນ 350 ພູດ ໃຫ້ແກ່ສະມາຊິກພັກ ແມ່ນກຳມະກອນ, ຜູ້ອອກແຮງງານ, ສະມາຊິກກຳມະບານ ພວມເຮັດວຽກຢູ່ເຂດອຸດສາຫະກຳໃນບໍລິເວນແຂວງ.

ຄະນະຊາວໜຸ່ມ ພັກກອມມູນິດ ໂຮ່ຈີມິນ ແຂວງ ກ໋ວາງນາມ ໄດ້ຈັດລາຍການ “ນ້ຳໃຈສະມາຊິກກຳມະບານແຫ່ງຄວາມອົບອຸ່ນ” ດ້ວຍຫຼາຍການເຄື່ອນໄຫວທີ່ມີຄວາມໝາຍ, ໜູນຊ່ວຍຊາວໜຸ່ມ, ອະນຸຊົນ ແລະ ບັນດາຄອບຄົວນະໂຍບາຍ, ປະສົບກັບຄວາມຫຍຸ້ງຍາກ ໃນບໍລິເວນໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນ. ຢູ່ບັນດາທ້ອງຖິ່ນເຂດພູສູງ, ເຂດຫ່າງໄກສອກຫຼີກ, ເຂດທະເລໝູ່ເກາະ, ຄະນະຊາວໜຸ່ມ ທຸກຂັ້ນ ໄດ້ລະດົມກຳລັງມະນຸດ, ວັດຖຸອຸປະກອນ, ສົມທົບກັບກຳລັງປະກອບອາວຸດ, ແມ່ຍິງ ມາຢ້ຽມຢາມ, ມອບຂອງຂວັນ, ສ້ອມແປງ, ທຳຄວາມສະອາດໃຫ້ແກ່ເຮືອນຊານ, ສວນຂອງຄອບຄົວນະໂຍບາຍ, ແມ່ຫວຽດນາມ ວິລະຊົນ…

ເນື່ອງໃນໂອກາດນີ້, ຄະນະຊາວໜຸ່ມ ແຂວງກ໋ວາງນາມ ໄດ້ມອບແຜນທີ່ ຫວຽດນາມ ໃຫ້ແກ່ຄະນະຊາວໜຸ່ມ, ກອງເຍົາວະຊົນບັນດາຕາແສງ; ມອບຂອງຂວັນໃຫ້ແກ່ບັນດານັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ, ນັກຮຽນຜ່ານຜ່າຄວາມຫຍຸ້ງຍາກຮຽນເກັ່ງ, ດຳເນີນລາຍການ “ຊາວໜຸ່ມອາສາສະໝັກລະດູໜາວ ປີ 2023 - ລະດູບານໃໝ່ 2024.”

ຕອບກັບ

ຂ່າວ/ບົດ​ອື່ນ