ຈັດຕັ້ງ“ສັບປະດາຄຳທ່ອງທ່ຽວຢູ່ມໍລະດົກເຫ້ວ”ແຕ່24-30/12

ຈັດຕັ້ງ“ສັບປະດາຄຳທ່ອງທ່ຽວຢູ່ມໍລະດົກເຫ້ວ”ແຕ່24-30/12 - ảnh 1
ມີ​ລາຍ​ຮູບ​ການ​ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ເຫ້ວ
(ພາບ​ປະ​ກອບ)

(vovworld) - ທ່ານ ຟານ​ແທງ​ຫາຍ, ​ຜູ້​ອຳ​ນວຍ​ການ​ສູນ​ອະ​ນຸ​ລັກ​ຮັກ​ສາ​ປູ​ຊະ​ນີ​ຍະ​ສະ​ຖານ​ກຸງ​ເກົ່າ ເຫ້ວ, ໃຫ້​ຮູ້​ວ່າ: ແຕ່ນີ້​ຮອດ​ທ້າຍ​ປີ 2014, ສູນ​ອະ​​ນຸ​ລັກ​ຮັກ​ສາ​ປູ​ຊະ​ນີ​ຍະ​ສະ​ຖານ​ເຫ້ວ ​ຈະຈັດ​ຕັ້ງ​ບັນ​ດາ​ການ​ເຄື​່ອນ​ໄຫວ​ສົ່ງ​ເສີມ​ຄວາມ​ຕ້ອງ​ການ​ເປັນ​ປະ​ຈຳ, ປະ​ຕິ​ບັດ​ດ້ວຍ​ລາ​ຄາ​ບຸ​ລິ​ມະ​ສິດ​ສຳ​ລັບ​ບັນ​ດາ​ວິ​ສາ​ຫະ​ກິດ​ບໍ​ລິ​ການ​ທ່ອງ​ທ່ຽວ​ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ກຸງ​ເກົ່າ​ເຫ້ວ. ທາງສູນ​ຈະ​ຈັດ​ຕັ້ງ “ສັບ​ປະ​ດາ​ຄຳ​ການ​ທ່ອງ​ທ່ຽວຢູ່​ມໍ​ລະ​ດົກ​ເຫ້ວ” ແຕ່​ວັນ​ທີ 24 – 30/12 ດ້ວຍ​ບັນ​ດາ​​ລາຍ​ການບຸ​ລິ​ມະ​ສິດ, ຫລຸ​ດ​ລາ​ຄາ, ​ເພີ່ມ​ເຕີມບໍ​ລິ​ການ​​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ ແລະ ບັນ​ດາ​ບໍ​ລິ​ສັດ​ທ່ອງ​ທ່ຽວ. ບັນ​ດາ​ລາຍ​ການ​ໄດ້​ຮັບ​ການ​ຈັດ​ຕັ້ງ ສົມ​ທົບ​ກັບ​ເຫດ​ການ​ຕ້ອນ​ຮັບ​ແຂກ​ທ່​ອງ​ທ່ຽວ​ຜູ້​ທີ່ 2 ລ້ານ​ຢ້ຽມ​ຢ​າມ ເຫ້ວ ໃນ​ປີ 2014, ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ຜູ້​ທີ 30 ລ້ານ​ຢ້ຽມ​ຢ​າມ ມໍ​ລະ​ດົກ​ເຫ້ວ ນັບ​ແຕ່​ເມື່ອ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ເຫ້ວ ໄດ້​ຮັບ​ການຢັ້ງ​ຢ​ືນ​​ຈາກ UNESCO ແມ່ນ​ມໍ​ລະ​ດົກໂລກ​ເມື່ອ​ປີ 1993, ມອບ​ລາງວັນ top 3 ໃຫ້​ບໍ​ລິ​ສັດ​ທ່ອງ​ທ່ຽວ​ສົ່ງ​ແຂກ​ເຖິງ​ປູ​ຊະ​ນີ​ຍະ​ສະ​ຖານ ເຫ້ວ.


ຂ່າວ/ບົດ​ອື່ນ