ຈັດພິທີສະເຫຼີມສະຫຼອງ70ປີແຫ່ງວັນການປະຕິວັດເດືອນສິງຫາແລະວັນຊາດຫວຽດນາມທີ 2
ສະຖານທູດຫວຽດນາມປະຈຳ ສະຫະພັນລັດເຊຍ
(ຈັດພິທີສະເຫຼີມສະຫຼອງ)
(vovworld) – ຕອນຄໍ່າວັນທີ 02/09, ຢູ່ນະຄອນຫຼວງຈາກາຕາ, ປະເທດອິນໂດເນເຊຍ, ທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ຫງວຽນຊວນຖຸຍ ແລະ ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຫວຽດນາມ ຢູ່ອາຊຽນ ຫງວຽນແຮ່ວງນຳ ໄດ້ຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນຊາດ ສສ.ຫວຽດນາມ (02/09/1945 – 02/09/2015) ແລະ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ (30/12/1955 – 30/12/2015). ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫງວຽນຊວຍຖຸຍ ໄດ້ຊີ້ແຈ້ງຄວາມໝາຍຂອງການປະຕິວັດເດືອນສິງຫາ, ວັນຊາດທີ 2 ກັນຍາ; ພ້ອມທັງຢືນຢັນຄຳໝັ້ນສັນຍາຂອງລັດຖະບານ ແລະ ປະຊາຊົນຫວຽດນາມ ແມ່ນຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຍົກການພົວພັນມິດຕະພາບໃຫ້ຂຶ້ນສູ່ລະດັບຍຸດທະສາດໃໝ່, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ປະກອບສ່ວນສ້າງອາຊຽນ ສາມັກຄີ, ເຂັ້ມແຂງ ແລະ ພັດທະນາ.
ພ້ອມກັບສະຖານທູດ ແລະ ບັນດາອົງການຕ່າງໜ້າຫວຽດນາມ ປະຈຳລາຊະອານາຈັກ ກຳປູເຈຍ, ບັນດາສະຖານກົງສູນຫວຽດນາມ ປະຈຳ Sihanoukville ແລະ Battambang ໄດ້ຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມ ທີ 2 ກັນຍາ ແລະ ງານລ້ຽງເນື່ອງໃນໂອກາດນີ້ຢ່າງສົມກຽດ.
ແລະກໍໃນວັນດຽວກັນ, ຢູ່ຫຼາຍປະເທດຄື: ສະຫະພັນລັດເຊຍ, ຝລັ່ງ, ຢູແກຼນ, ອີຢີບ, ອິດສຣາແອນ, ໄທ ກໍຈັດພິທີສະເຫຼີມສະຫຼອງເຊັ່ນດຽວກັນ.