ຈັດຫຼາຍ​ກິດ​ຈະ​ກຳ​ສະ​ເຫຼີມ​ສະຫຼອງວັນ​ຄ້າ​ຍ​ວັນ​ເກີດ​ຂອງ​ປະ​ທານ​ໂຮ່​ຈີ​ມິນ ຄົບ​ຮອບ 134 ປີ

(VOVWORLD) -   ວັນທີ 19 ພຶດສະພາ ແມ່ນວັນຄົບຮອບ 134 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ (ວັນທີ 19 ພຶດສະພາ 1890  19 ພຶດສະພາ 2024). ມີຫຼາຍກິດຈະກຳໄດ້ຈັດຂຶ້ນທັງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອສະເຫຼີມສະຫຼອງເຫດການທີ່ມີຄວາມໝາຍນີ້.

ວັນທີ 18 ພຶດສະພາ, ໂຮງພິມຈຳໜ່າຍການເມືອງແຫ່ງຊາດ ຊື້ເທີດ ໄດ້ພິມຈຳໜ່າຍປຶ້ມ “ວັດທະນະທຳຕ້ອງເຍືອງທາງໃຫ້ແກ່ປະຊາຊົນໃນທົ່ວປະເທດກ້າວເດີນຕາມ”. ປຶ້ມຫົວນີ້ ໄດ້ຄັດເລືອກບາງບົດຂຽນ, ບົດກ່າວປາໄສ, ບົດໂອ້ລົມຂອງປະທານ ໂຮ່ຈີມິນ ເພື່ອແນໃສ່ກຳນົດທິດການສ້າງພື້ນຖານວັດທະນະທຳຂອງປະເທດ ຫວຽດນາມ ເອກະລາດ, ເປັນເຈົ້າຕົນເອງ, ໄປທຽບເທົ່າກັບບັນດາບັນດາປະເທດອື່ນໃນໂລກ. ຜົນງານດັ່ງກ່າວເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນ, ຈົດຈຳການປະກອບສ່ວນອັນຍິ່ງໃຫຍ່ຂອງປະທານໂຮ່ຈີມິນ ທີ່ມີຕໍ່ການປະຕິວັດ ຫວຽດນາມ; ພ້ອມທັງຢັ້ງຢືນບົດບາດຂອງແນວຄິດວັດທະນະທຳ ໂຮ່ຈີມິນ ທີ່ຍັງຮັກສາຄຸນຄ່າອັນຍິ່ງໃຫຍ່ໄວ້ເໝືອນເດີມ, ກຳນົດທິດແກ່ວິວັດທະນາການສ້າງພື້ນຖານວັດທະນະທຳ ຫວຽດນາມ ໃນປັດຈຸບັນ.

ດ້ວຍຫົວຂໍ້ “ໂຮ່ຈີມິນ - ຊື່ຂອງເພິ່ນແຈ້ງສະຫວ່າງຕະຫຼອດໄປ”, ງານມະໂຫລານສຽງຂັບບ້ານ ແຊນ ປີ 2024 ພວມຈັດຂຶ້ນຢູ່ທັງໝົດ 21 ເມືອງ, ເທດສະບານ, ນະຄອນຂອງແຂວງເງະອານ. ລາຍການດັ່ງກ່າວເພື່ອແນໃສ່ປະກອບສ່ວນເຂົ້າໃນໂຄສະນາ, ສຶກສາ ແລະ ຊຸກຍູ້ການປະຕິບັດ “ຮ່ຳຮຽນ ແລະ ເຮັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງ ໂຮ່ຈີມິນ”; ໂຄສະນາພາບພົດແຂວງ ເງະອານ ກັບທົ່ວປະເທດ ແລະ ສາກົນ.

ຈັດຫຼາຍ​ກິດ​ຈະ​ກຳ​ສະ​ເຫຼີມ​ສະຫຼອງວັນ​ຄ້າ​ຍ​ວັນ​ເກີດ​ຂອງ​ປະ​ທານ​ໂຮ່​ຈີ​ມິນ ຄົບ​ຮອບ 134 ປີ - ảnh 1ລາຍການສະແດງສິລະປະຈັດຂຶ້ນຢູ່ ເຢືອງໂໜ (ພາບ: TTXVN)

      ຕອນຄ່ຳວັນທີ 18 ພຶດສະພາ, ຢູ່ເຂດອະນຸສອນສະຖານລະດັບຊາດພິເສດ ສາລາບ້ານ ເຢືອງໂໜ, ຕາແສງ ຝູເຢືອງ, ນະຄອນ ເຫວ້, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ເທື່ອທຽນເຫວ້ ໄດ້ຈັດພິທີໄຂວັນບຸນ ບ້ານເຢືອງໂໜ ດ້ວຍຫົວຂໍ້ “ເຢືອງໂໜ - ວິວັດທະນາການເດືອນ ພຶດສະພາ". ງານບຸນໄດ້ດຳເນີນຢູ່ໝູ່ບ້ານທີ່ປະທານ ໂຮ່ຈີມິນ ເຄີຍດຳລົງຊີວິດ ແລະ ຮ່ຳຮຽນໃນສະໄໝຄາວເຍົາໄວ ແຕ່ຊຸມປີ 1898 – 1900.

       ຕອນຄ່ຳວັນທີ 18 ພຶດສະພາ, ຢູ່ສ.ເຊັກໂກ, ສະມາຄົມຊາວ ເງະອານຮ່າຕິງ ອາໄສຢູ່ ສ.ເຊັກໂກ ໄດ້ຈັດລາຍການ “ຄວາມຜູກພັນຮັກໄຄ່ຂອງດິນແດນເງະອານ ປິ 2024”.

ຈັດຫຼາຍ​ກິດ​ຈະ​ກຳ​ສະ​ເຫຼີມ​ສະຫຼອງວັນ​ຄ້າ​ຍ​ວັນ​ເກີດ​ຂອງ​ປະ​ທານ​ໂຮ່​ຈີ​ມິນ ຄົບ​ຮອບ 134 ປີ - ảnh 2ພິທີວາງພວງມາລາ ອາໄລຫາປະທານ ໂຮ່ຈີມິນ ຢູ່ ອະນຸສາວະລີ ໂຮ່ຈີມິນ ຕັ້ງຢູ່ສວນສາທາລະນະ Montreau (ພາບ: TTXVN)

ຢູ່ ສ.ຝລັ່ງ, ວັນທີ 18 ພຶດສະພາ, ສະຖານທູດ ຫວຽດນາມ ປະຈຳ ຝລັ່ງ ກໍໄດ້ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ຝລັ່ງ, ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ແບນຊິກ ແລະ ອຳນາດການປົກຄອງນະຄອນ Montreuil ຢູ່ຊານນະຄອນ ປາຣີ ຈັດພິທີວາງພວງມາລາຢູ່ອະນຸສາວະລີ ໂຮ່ຈີມິນ ຕັ້ງຢູ່ສວນສາທາລະນະ Montreau.

ຕອບກັບ

ຂ່າວ/ບົດ​ອື່ນ