ຈັດຫຼາຍ​ກິດ​ຈະ​ກຳ​ເບິ່ງ​ແຍງ​ຊາວ​ຜູ້​ອອກ​ແຮງ​ງານ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ໂອ​ກາດ​ບຸນ​ເຕັດ

(VOVWORLD) - ໃນໂອກາດບຸນປີໃໝ່ປະຈຳຊາດປີມະໂລງ 2024, ກຳມະບານນະຄອນ ໂຮ່ຈີມິນທຸກຂັ້ນ ກໍໄດ້ລະດົມ, ມອບຂອງຂວັນໂດຍໄດ້ມອບປີ້ລົດໄຟ, ລົດເມ, ປີ້ຍົນໃຫ້ບັນດາຄອບຄົວສະມາຊິກຊາວໜຸ່ມ, ກຳມະບານ, ຜູ້ອອກແຮງງານຫຼາຍ ກວ່າ 26.000 ຄົນ.

ວັນທີ 04 ກຸມພາ, ຢູ່ເທດສະບານ ຫວຽດອຽນ, ສະຫະພັນ ຊາວໜຸ່ມແຂວງ ບັກຢາງ ໄດ້ສົມທົບກັບຄະນະຊາວໜຸ່ມເທດສະບານ, ສະຫະພັນແຮງງານເທດສະບານ ຫວຽດອຽນ ຈັດລາຍການ “ບຸນເຕັດເຕົ້າໂຮມ  - ລະດູບານໃໝ່ແຫ່ງການແບ່ງປັນ” ດ້ວຍການເຂົ້າຮ່ວມຂອງຊາວໜຸ່ມ, ກຳມະກອນກວ່າ 300 ຄົນທີ່ພວມດຳເນີນຊີວິດຢູ່ສະໂມສອນ, ເຮືອນພັກສຳລັບກຳມະກອນແຫ່ງຕ່າງໆໃນບໍລິເວນເມືອງ ຫວຽດອຽນ. ນະທີ່ນີ້, ຊາວໜຸ່ມກຳມະກອນໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວ, ຄື: ຫໍ່ເຂົ້າຕົ້ມ, ລະຫຼີ້ນພື້ນເມືອງ, ຮ້ອງເພງ, ພົບປະແລກປ່ຽນສະແດງສິລະປະ… ເນື່ອງໃນໂອກາດນີ້, ສະມາຄົມທຸກຂັ້ນ ໄດ້ສະຫງວນຂອງຂວັນຈຳນວນ 500 ພູດໃຫ້ແກ່ຊາວໜຸ່ມກຳມະກອນທີ່ປະສົບກັບຄວາມຫຍຸ້ງຍາກ.

        ໃນຂອບເຂດຂອງລາຍການດັ່ງກ່າວ, ວັນທີ 04 ກຸມພາ, ສະຫະພັນແຮງງານແຂວງ ດົ່ງນາຍ ກໍໄດ້ຈັດລາຍການພົບປະກັບຄອບຄົວກຳມະກອນ, ພາລະກອນ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ, ທີ່ບໍ່ໄດກັບເມືອບ້ານຕ້ອນຮັບບຸນເຕັດໃນຫຼາຍປີລຽນຕິດ. ມີ 300 ຄອບຄົວ ດ້ວຍຈຳນວນສະມາຊິກຊາວໜຸ່ມ, ຜູ້ອອກແຮງງານຫຼາຍກວ່າ 1.000 ຄົນ ໃນບໍລິເວນແຂວງ ດົ່ງນາຍ ໄດ້ເຂົ້າຮ່ວມລາຍການດັ່ງກ່າວ.

        ໃນໂອກາດບຸນປີໃໝ່ປະຈຳຊາດປີມະໂລງ 2024, ກຳມະບານນະຄອນ ໂຮ່ຈີມິນທຸກຂັ້ນ ກໍໄດ້ລະດົມ, ມອບຂອງຂວັນໂດຍໄດ້ມອບປີ້ລົດໄຟ, ລົດເມ, ປີ້ຍົນໃຫ້ບັນດາຄອບຄົວສະມາຊິກຊາວໜຸ່ມ, ກຳມະບານ, ຜູ້ອອກແຮງງານຫຼາຍ ກວ່າ 26.000 ຄົນ.


ຕອບກັບ

ຂ່າວ/ບົດ​ອື່ນ